ຮອງນາຍົກຢ້ຳວ່າ: ລາວຍັງພົບສິ່ງທ້າທາຍຫລາຍດ້ານໃນການພັດທະນາຍຸກດີຈີຕອນ

   ໃນໂອກາດໂອລົມໃນກອງປະຊຸມສະຫລຸບວຽກງານປະຈໍາປີ ຂອງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ຢູ່ນະຄອນຫລວງວຽງຈັນ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ: ຖ້າຫາກພວກເຮົາຈະເອົາດີຈີຕອນ ເປັນກໍາລັງຂັບເຄື່ອນເສດຖະກິດ-ສັງຄົມ ຂອງປະເທດລາວ, ອັນທໍາອິດທີ່ສໍາຄັນກວ່າໝູ່ ແມ່ນຕ້ອງໃຫ້ຄົນລາວສ່ວນໃຫຍ່ ຂອງປະເທດ ບໍ່ວ່າຈະຢູ່ຕົວເມືອງ ຫຼື ຊົນນະບົດ ສາມາດເຂົ້າເຖິງ ແລະ ນໍາໃຊ້ ດີຈີຕອນໄດ້ຢ່າງຍືນຍົງ. ມີສັນຍານຄວບຄຸມ ກວມເອົາ 95% ຂອງບ້ານໃນທົ່ວປະເທດ. ແຕ່ກົງກັນຂ້າມໃນປັດຈຸບັນຢູ່ໃນເຂດຊົນນະບົດນັ້ນ ເຂົາເຈົ້າ ຍັງມີຂໍ້ຈໍາກັດຫຼາຍ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດໃນການນໍາໃຊ້ ຫຼື ຄ່າໃຊ້ຈ່າຍຂອງການນໍາໃຊ້.

        ທ່ານ ຮອງນາຍົກລັດຖະມົນຕີ ກ່າວວ່າ: ໃນສັດຕະວັດແຫ່ງ ເຕັກໂນໂລຊີດີຈີຕອນ ໄດ້ສ້າງການຫັນປ່ຽນດ້ວຍບາດກ້າວທີ່ສຳຄັນ ໃນການເຕີບໂຕເສດຖະກິດ, ໂດຍສະເພາະນະວັດຕະກຳໃໝ່ ເທິງເຄືອຂ່າຍລະບົບອິນເຕີເນັດ ແລະ ອຸປະກອນດີຈີຕອນ ປະດີດສ້າງໃໝ່ເປັນປັດໃຈອັນຊົງພະລັງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຫຼາຍປະເທດ ດັ່ງທະນາຄານໂລກ ໄດ້ປະເມີນໄວ້ວ່າ: ຖ້າການນໍາໃຊ້ລະບົບການສື່ສານຄວາມໄວສູງເພີ່ມຂຶ້ນ 10% ຈະສົ່ງຜົນໃຫ້ເສດຖະກິດຂະຫຍາຍຕົວ 1,38% , ໃນນີ້ ຄວາມໄວ ຂອງອິນເຕີເນັດ ເປັນປັດໄຈສຳຄັນ ທີ່ຕ້ອງຍົກລະດັບໃຫ້ສູງຂຶ້ນເລື້ອຍໆ. ລະບົບດີຈີຕອນ ໄດ້ສົ່ງຜົນກະທົບທາງບວກ ຕໍ່ການສ້າງຄວາມອາດສາມາດຂອງການແຂ່ງຂັນຂອງປະເທດຕ່າງໆ, ການກ້າວຂຶ້ນເປັນປະເທດມະຫາອຳນາດໃນລະດັບຕົ້ນໆ ຂອງ ສປ ຈີນ ເປັນບົດພິສູດ ທີ່ຈະແຈ້ງແລ້ວ, ດ້ວຍການຂັບເຄື່ອນນະໂຍບາຍອິນເຕີເນັດບວກ (Internet +) ແລະ Mobile in China 2025 ສົ່ງອອກໃນອັນດັບຕົ້ນ ຂອງໂລກ, ໃນອາຊຽນ ປະເທດສິງກະໂປ ກໍ່ນໍາໃຊ້ໄອຊີທີ ຍົກລະດັບການບໍລິການ ຈົນກາຍເປັນສູນກາງຂອງການລົງທຶນ ແລະ ອໍານວຍຄວາມສະດວກ ຂອງພູມິພາກ. ດີຈີຕອນມີຜົນກະທົບ ຕໍ່ທາງດ້ານແຮງງານ, ຫຼາຍຄົນຮັບຮູ້ ແລະ ມີຄວາມວິຕົກວ່າ ປັນຍາປະດີດ ຫຼື AI ຈະມາປ່ຽນແທນແຮງງານຄົນ ຈະເຮັດໃຫ້ມະນຸດຕົກງານບໍ່ມີວຽກເຮັດ. ແຕ່ທາງທະນາຄານໂລກ ໄດ້ປະເມີນວ່າ ຖ້າການຫັນເປັນດີຈີຕອນ ຂອງປະເທດໃດ ເພີ່ມຂຶ້ນ 10% ຈະເຮັດໃຫ້ຄົນຫວ່າງງານຫຼຸດລົງ 1,2% ເພາະເນື່ອງຈາກວ່າ ລະບົບດີຈີຕອນ ຮຽນຮູ້ສິ່ງໃໝ່ ຈະສ້າງນະວັດຕະກຳໃໝ່ໆ ຊຶ່ງໝາຍຄວາມວ່າ: ຈະສ້າງໂອກາດໃໝ່ ຢ່າງຫຼວງຫຼາຍ ສາມາດຊອກຫາວຽກເຮັດງານທໍາອັນໃໝ່ໄດ້ສະດວກຂຶ້ນ, ພ້ອມນັ້ນ ຖ້າການເພີ່ມຂຶ້ນ 10% ຂອງດີຈີຕອນຈະສ້າງໃຫ້ເກີດແຮງງານໃໝ່ ທາງດ້ານດີຈີຕອນ ປະມານ 3% ຢູ່ປະເທດນັ້ນ.ນອກນັ້ນ ພວກເຮົາກໍ່ເຄີຍໄດ້ເຫັນ ຜົນກະທົບຂອງດີຈີຕອນ ໃນການຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງການຜະລິດໃນໂຮງຈັກໂຮງງານ, ການບໍລິການສາທາລະນະສຸກ, ການສຶກສາ, ການຄ້າ,ບໍລິຫານລັດ ແລະ ອື່ນໆ.

ທ່ານ ຮອງນາຍົກລັດຖະມົນຕີ ກ່າວເນັ້ນວ່າ: ເຕັກໂນໂລຊີດີຈີຕອນ ນັບມື້ນັບມີຜົນກະທົບຕໍ່ການດໍາລົງຊີວິດຂອງຄົນເຮົາ ກໍ່ຄືການພັດທະນາປະເທດ ຊຶ່ງມັນໄດ້ສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍ ເປັນເຕັກໂນໂລຊີ ທີ່ທຳລາຍອັນເກົ່າດັ້ງເດີມ ເພື່ອສ້າງອັນໃໝ່ທົດແທນ ທີ່ດີກວ່າ, ທັນສະໄໝກວ່າ (Disruptive technology).  ສະນັ້ນ ຂຶ້ນກັບວ່າແຕ່ລະປະເທດ ຈະມີຄວາມພ້ອມໃນການຮັບມື ແລະ ປ່ຽນສິ່ງທ້າທາຍ ເປັນກາລະໂອກາດໄດ້ຄືແນວໃດ, ຊຶ່ງນີ້ເປັນໂຈດ (ຄໍາຖາມໃຫຍ່) ຂອງລັດຖະບານ ຂອງແຕ່ລະປະເທດ ໂດຍສະເພາະ ແມ່ນອົງການຄຸ້ມຄອງດີຈີຕອນ ທີ່ຈະຂັບເຄື່ອນການພັດທະນາ ແລະ ນຳໃຊ້ດີຈີຕອນ ໃນປະເທດຂອງຕົນ ໃຫ້ປະສົບຜົນສໍາເລັດຄືແນວໃດ ແລະ ສິ່ງທ້າທາຍ ຂອງການພັດທະນາດີຈີຕອນໃນບ້ານເຮົາ ຊຶ່ງຍັງບໍ່ມີໃຜໄດ້ເຮັດການວິໄຈຢ່າງລະອຽດວ່າ ການເພີ່ມຂຶ້ນໃນແຕ່ລະຕົວຊີ້ວັດ ມັນສົ່ງຜົນໃຫ້ GDP ຂອງພວກເຮົາຂະຫຍາຍຕົວຂຶ້ນ ຈັກເປີເຊັນ, ລາຍໄດ້ຕໍ່ຫົວຄົນ ເພີ່ມຂຶ້ນຈັກເປີເຊັນ ແລະ ອື່ນໆ ຄືກັບການປະເມີນ ຂອງທະນາຄານໂລກ ແລະ ອົງການຈັດຕັ້ງສາກົນ. ດັ່ງນັ້ນ ສິ່ງເຫຼົ່ານີ້ ເປັນຄໍາຖາມໃຫຍ່ ໃຫ້ພວກເຮົາ ຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຕີແຕກກັບບັນຫາດັ່ງກ່າວໃຫ້ລະອຽດ.ຖ້າຫາກພວກເຮົາຈະເອົາດີຈີຕອນ ເປັນກໍາລັງຂັບເຄື່ອນເສດຖະກິດ-ສັງຄົມ ຂອງປະເທດ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຂະແໜງ ປທສ ຕ້ອງເປັນເຈົ້າການຄົ້ນຄວ້າສ້າງແຜນແມ່ບົດການຫັນເປັນທັນສະໄໝທາງດ້ານດີຈີຕອນ ຂອງ ສປປ ລາວ ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຍົກລະດັບການຄຸ້ມຄອງ ແລະ ພັດທະນາດີຈີຕອນໃນ ສປປ ລາວ ໃຫ້ເປັນລະບົບ, ຮອງຮັບການຂັບເຄື່ອນເສດຖະກິດ-ສັງຄົມ ດີຈີຕອນ ຂອງ ສປປ ລາວ. ພ້ອມນັ້ນ ກໍ່ມີການສ້າງ ແລະ ປັບປຸງ ບັນດານິຕິກໍາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍໃຫ້ແກ່ການເຄື່ອນໄຫວຄຸ້ມຄອງ ກໍ່ການດໍາເນີນດ້ານທຸລະກິດດີຈີຕອນຢູ່ ສປປ ລາວ. ເປັນເຈົ້າການ ໃນການຄົ້ນຄວ້າ ພັດທະນາ ລະບົບບໍລິຫານຂອງລັດ ໂດຍສົມທົບກັບຄະນະທີ່ຖືກແຕ່ງຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຫັນເປັນລັດຖະບານເອເລັກໂຕຣນິກ.ເສີມຂະຫຍາຍອຸດສາຫະກໍາ ແລະ ຜູ້ປະກອບການດີຈີຕອນ ໃຫ້ເຂັ້ມແຂງ ກາຍເປັນທ່າແຮງທາງດ້ານເສດຖະກິດ ຂອງປະເທດ, ນອກຈາກຜູ້ປະກອບການໂທລະຄົມມະນາຄົມແລ້ວ ໃຫ້ຂຸດຄົ້ນທ່າແຮງ ຜູ້ປະກອບການທາງດ້ານອື່ນໆ ໂດຍສະເພາະ ແມ່ນການສົ່ງເສີມການຜະລິດພາຍໃນປະເທດ ສ້າງໃຫ້ມີ made in Laos ບໍ່ວ່າຈະເປັນດ້ານ hardware, software ແລະ ການບໍລິການ. ພ້ອມກັນນັ້ນ ຍັງຊຸກຍູ້ໃຫ້ຜູ້ປະກອບການຂະໜາດນ້ອຍ ໃນເຂດທ້ອງຖິ່ນຊົນນະບົດ ເພື່ອເກີດການບໍລິການ ແລະ ການສ້າງລາຍຮັບໃຫ້ເຂດຊົນນະບົດ.ຕ້ອງຍົກລະດັບຄວາມຮູ້ຄວາມສາມາດຂອງສັງຄົມ ຊຶ່ງນອກຈາກຄວາມຮູ້ທີ່ມີການຮຽນການສອນ ຢູ່ໃນສະຖາບັນການສຶກສາຕ່າງໆແລ້ວ ທາງກະຊວງ ຄວນຈະເນັ້ນໜັກລົງເລິກການຍົກລະດັບຄວາມຮູ້ອື່ນໆ ໃຫ້ແກ່ສັງຄົມຕື່ມອີກ ເປັນຕົ້ນ ແມ່ນການຍົກລະດັບທັກສະສີມືແຮງງານ ເພື່ອຮອງຮັບກັບການລົງທຶນຕ່າງປະເທດໃນດ້ານທຸລະກິດດີຈີຕອນ. ຕ້ອງເປັນເຈົ້າການຊຸກຍູ້ການນໍາໃຊ້ຂອງສັງຄົມ, ສ້າງໃຫ້ເກີດມີຄວາມຕ້ອງການຂອງການນໍາໃຊ້ ຂອງສັງຄົມ ຊຶ່ງສິ່ງສໍາຄັນຕົ້ນຕໍ່ ຕ້ອງສະແດງໃຫ້ສັງຄົມເຫັນເຖິງ ຄຸນະປະໂຫຍດ ຂອງເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ໂດຍສະເພາະການບໍລິຫານລັດດ້ວຍເອເລັກໂຕຣນິກ, ການເງິນຜ່ານລະບົບໂທລະສັບມືຖື, ການຄ້າເອເລັກໂຕຣນິກ ແລະ ການຫັນເປັນສັງຄົມຂໍ້ມູນຂ່າວສານ; ແຕ່ຕ້ອງຮັບປະກັນໄດ້ເຖິງຄວາມປອດໄພ ຂອງການນໍາໃຊ້, ສະກັດກັ້ນການນໍາໃຊ້ດີຈີຕອນ ເປັນພາຫະນະ ໃນການກໍ່ຄວາມບໍ່ສະຫງົບ, ການໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມວຸ່ນວາຍໃຫ້ແກ່ສັງຄົມ.

error: Alert: Content is protected !!