ການຕົວະຍົວະຫລອກລວງ ຍັງເປັນບັນຫາພົ້ນເດັ່ນຂອງການຄ້າມະນຸດ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນປີ 2019 ຜ່ານມາ ທີ່ໄດ້ຈັດຂຶ້ນໃນວັນທີ 13 ກຸມພານີ້ ໄດ້ຕີລາຄາວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ເຊິ່ງພົ້ນເດັ່ນແມ່ນການຕົວະຍົວະຫລອກລວງ ໂດຍມີນາຍໜ້າ ຫລື ການນຳໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາຂົນຂວາຍເອົາແມ່ຍິງລາວໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕ່ງດອງກັບຄົນຕ່າງປະເທດ ແລະ ສວຍໃຊ້ບ່ອນບໍລິການກິນດື່ມ, ຮ້ານບັນເທີງ, ຮ້ານອົບນວດ, ຮ້ານກາເຟ, ເຮືອນພັກ, ໂຮງແຮມເປັນບ່ອນດຳເນີນການຄ້າປະເວນີ ແລະ ກ້າວໄປສູ່ການຄ້າມະນຸດ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ໄດ້ກ່າວໃນກອງປະຊຸມວ່າ: ໃນຜ່ານມາ ເຖິງວ່າພັກ ແລະ ລັດຖະບານເຮົາໄດ້ເອົາໃຈໃສ່ແກ້ໄຂ ແລະ ຕ້ານການຄ້າມະນຸດຢ່າງແຂງແຮງ ດ້ວຍຮູບການຕ່າງໆ, ແຕ່ຍ້ອນຊີວິດການເປັນຢູ່ຂອງປະຊາຊົນຈຳນວນໜຶ່ງຍັງທຸກຍາກ, ລະດັບການສຶກສາຍັງຈຳກັດ ແລະ ສີມືແຮງງານບໍ່ສົມຄູ່ກັບຄວາມຕ້ອງການຂອງຕະຫລາດແຮງງານ ອັຍເປັນປັດໄຈໜຶ່ງເຮັດໃຫ້ໄວໜຸ່ມໄປຊອກວຽກເຮັດງານທໍາຢູ່ບັນດາຕົວເມືອງໃຫຍ່ຕ່າງໆ ທັງພາຍໃນ ຫລື ຢູ່ຕ່າງປະເທດ ເພື່ອຫວັງຊອກຫາລາຍຮັບທີ່ສູງມາແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ ຫລື ຕ້ອງການຊອກຫາປະສົບການຂອງຊີວິດດ້ວຍຄວາມຫວັງຈະໄດ້ດີກ່ວາເກົ່າ, ແຕ່ແລ້ວກໍຕົກເຂົ້າໃນເຄືອຂ່າຍຂອງການຄ້າມະນຸດທີ່ເປັນອາຊະຍາກຳທີ່ຮ້າຍແຮງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຄອບຄົວ, ສັງຄົມ ແລະ ການພັດທະນາສ້າງສາປະເທດຊາດ. ດັ່ງນັ້ນ ໃນສະເພາະໜ້າ ແລະ ຍາວນານ ພວກເຮົາຈະຕ້ອງໄດ້ພ້ອມກັນສຸມໃສ່ສະກັດກັ້ນ ແລະ ແກ້ໄຂຂະບວນການອາຊະຍາກຳນີ້ໃຫ້ມີປະສິດທິຜົນສູງຂຶ້ນ.