ເຮືອນຫູກດອກຈໍາປາ ສູນລວມເຄື່ອງແຕ່ງດອງຢ່າງຄົບວົງຈອນ
ເຮືອນຫູກດອກຈໍາປາ ເປັນສູນລວມເຄື່ອງແຕ່ງງານແບບຄົບວົງຈອນ ແລະ ເປັນຜູ້ມີປະສົບການດ້ານການແຕ່ງໜ້າເຈົ້າສາວມາແລ້ວເກືອບ 20 ປີ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າໂດຍດີຕະຫຼອດມາ.
ທ່ານ ວິໄລ ທິບຫຸມ ຜູ້ບໍລິຫານເຮືອນຫູກດອກຈໍາປາ ໃຫ້ສໍາພາດວ່າ: ທຸລະກິດຂອງຕົນ ໄດ້ດໍາເນີນມາເປັນເວລາເກືອບ 17 ປີແລ້ວ, ໂດຍໄດ້ລິເລີ່ມຈາກການຮັບແຕ່ງໜ້າເຈົ້າສາວມາໄດ້ 15 ປີ ແລະ ກໍໄດ້ຮັບຖ່າຍຮູບພີເວດດິ້ງ ແລະ ຕໍ່າຊຸດເຈົ້າບ່າວ-ເຈົ້າສາວ ເພີ່ມ, ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມຢ່າງຄົບວົງຈອນ. ຊຶ່ງມາຮອດປັດຈຸບັນ ເຮືອນຫູກດອກຈໍາປາ ສາມາດຮັບແຕ່ງໜ້າເຈົ້າສາວ, ຖ່າຍຮູບພີເວດດິ້ງ, ຕໍ່າຊຸດເຈົ້າບ່າວ-ເຈົ້າສາວ (ມີທັງໃຫ້ເຊົ່າ ແລະ ຂາຍ), ຊຸດເຈົ້າພາບ ແລະ ເຄື່ອງປະດັບຕ່າງໆ ຄາລາບໍ່ແພງ ໄວ້ຄອຍບໍລິການທ່ານໄດ້ຢ່າງຄົບຊຸດ.

ທ່ານ ວິໄລ ທິບຫຸມ ໃຫ້ຮູ້ອີກວ່າ: ຜະລິດຕະພັນ ຈະເປັນລາຍທີ່ອອກແບບເອງ ໂດຍໄດ້ເນັ້ນໃສ່ລວດລາຍທີ່ເປັນເອກະລັກຂອງໄໝລາວ ແລະ ໃນຕໍ່ໜ້າເຮືອນຫູກດອກຈໍາປາ ຈະເພີ່ມການຕົກແຕ່ງໜ້າງານດອງ, ພ້ອມທັງສືບຕໍ່ຄິດຄົ້ນລວດລາຍ ເພື່ອໃຫ້ທັນກັບຍຸກສະໄໝ. ຖ້າຫາກທ່ານໃດມີຄວາມສົນໃຈກໍສາມາດເຂົ້າມາໃຊ້ບໍລິການໄດ້ທີ່ເຮືອນຫູກດອກຈໍາປາ ຕັ້ງຢູ່ ບ້ານໂພນຕ້ອງ (ເສັ້ນທາງໜອງທາ) ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ສາມາດຕິດຕໍ່ໄດ້ທີ່ເບີ 020 2888 2526 ແລະ 020 5555 4272, ເພື່ອພວກເຮົາຍັງຈະຊ່ວຍໃຫ້ຄໍາປຶກສາຫາລືຕ່າງໆດ້ານງານດອງໄດ້ນໍາອີກດ້ວຍ.