ປີຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ 5 ຄົນ
ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມວິຊາການ ແຮງງານ ແລະ ສະວັດດີການສັງຄົມ ປະຈໍາປີ 2019 ທີ່ໄດ້ຈັດຂຶ້ນໃນທ້າຍເດືອນ ມັງກອນ ນີ້ວ່າ: ປີຜ່ານມາ, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນໃໝ່ 6 ຄັ້ງ, ມີຜູ້ໄດ້ຮັບເຄາະຮ້າຍ 10 ຄົນ, ໃນນີ້ ບາດເຈັບ 5 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືືກເຄາະຮ້າຍຈາກລະເບີດບໍ່ທັນແຕກຕົກຄ້າງ ໄດ້ທັງໝົດ 78 ຄົນ, ເທົ່າກັບ 78% ຂອງແຜນການ (100 ຄົນ), ໃນນີ້ ປິ່ນປົວການແພດ 28 ຄົນ, ຟື້ນຟູສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍ 24 ຄົນ ແລະ ສະໜອງທຶນການສຶກສາ 32 ຄົນ. ສໍາຫຼວດບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານ ລບຕ ຢູ່ 543 ບ້ານ, ເທົ່າກັບ 49% ຂອງແຜນການ (1.106 ບ້ານ), ສໍາຫຼວດວິຊາການຕາມຈຸດຫຼັກຖານ ລບຕ ສາມາດກໍານົດເປັນພື້ນທີ່ ລບຕ ໄດ້ 18.384 ເຮັກຕາ, ເທົ່າກັບ 80% ຂອງແຜນການ (27.750 ເຮັກຕາ), ພົບເຫັນ ລບຕ ຕົກຄ້າງຈຳນວນ 20.082 ໜ່ວຍ, ໃນນີ້ ມີລະເບີດລູກຫວ່ານ 18.567 ໜ່ວຍ, ກວດກູ້ລະເບີດບໍ່ທັນແຕກຕົກຄ້າງອອກຈາກພື້ນທີ່ໄດ້ທັງໝົດ 5.116 ເຮັກຕາ ລື່ນຄາດໝາຍແຜນການ 13,68% ແລະ ທໍາລາຍ ລບຕ ໄດ້ທັງໝົດ79.335 ໜ່ວຍ, ໃນນີ້ ມີລະເບີດລູກຫວ່ານ 62.46 ໜ່ວຍ.
ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາແຜນການປີ 2020, ໃນນີ້, ໄດ້ເຊັນກັບອົງການແມັກ 2 ສະບັບ, ມູນຄ່າ 5 ລ້ານໂດລາ, ອົງການເຫັດໄອ ມູນຄ່າຫຼາຍກວ່າ 2,74 ລ້ານໂດລາສະຫະລັດ, ອົງການຮ່ວມມືສາກົນ ສ. ເກົາຫຼີ (ກອຍກາ) ມູນຄ່າ 5,5 ລ້ານໂດລາສະຫະລັດ, ອົງການເຮໂລທຼາດ ມູນຄ່າ 21 ລ້ານກວ່າໂດລາສະຫະລັດ ແລະ ອົງການເອັນພີເອ ມູນຄ່າ 11 ລ້ານກວ່າໂດລາສະຫະລັດ.