ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ

ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - 55 2 - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ
ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - kitchen vibe - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ

    ການປະຕິບັດໂຄງການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍມີປະເທດຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ໄດ້ຖືກປະຕິບັດຢ່າງຕັ້ງໜ້າໃນ 5 ຂົງເຂດບູລິມະສິດຄື: ການເຊື່ອມຈອດ, ຄວາມອາດສາມາດໃນການຜະລິດອຸດສາຫະກຳ, ເສດຖະກິດຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນ້ຳ ແລະ ກະສິກຳຫລຸດຜ່ອນຄວາມທຸກຍາກ. ນອກຈາກນີ້, ໃນອະນາຄົດຍັງວາງແຜນຈະຮ່ວມມືດ້ານສາທາລະນະສຸກ, ສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ ເພື່ອເຮັດໃຫ້ບົດບາດຂອງບັນດາປະເທດຕ່າງໆພົ້ນເດັ່ນຂຶ້ນໃນພາກພຶ້ນ ແລະ ສາກົນ.

     ກະຊວງການຕ່າງປະເທດ ໃຫ້ຮູ້ວ່່າ: ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງຈະຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ເປັນຕົ້ນແມ່ນການເພີ່ມທະວີການຮ່ວມມືແບບລົງເລິກໃນຂະແຫນງການຕ່າງໆ ລວມທັງການຂະຫຍາຍຂົງເຂດບູລິມະສິດຈາກ 5 ຂົງເຂດທີ່ມີຢູ່ໃນປັດຈຸບັນ ຄືໃນປີຜ່ານມາ ບັນດາປະເທດສະມາຊິກໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານໄລຍະ 5 ປີ (2018-2022), ໃນນັ້ນ ສຳລັບບັນຫາພົ້ນເດັ່ນໃນປີ 2019 ແມ່ນການຮ່ວມມືດ້ານການຄຸ້ມຄອງແຫລ່ງຊັບພະຍາກອນນ້ຳໄດ້ຖືກຍົກລະດັບຈາກກອງປະຊຸມໜ່ວຍງານວິຊາການ (ຂັ້ນຫົວໜ້າກົມ) ມາເປັນກອງປະຊຸມລະດັບລັດຖະມົນຕີ ແລະ ຈັດຂຶ້ນຄັ້ງທຳອິດໃນທ້າຍປີຜ່ານມາ ຢູ່ ສປ ຈີນ ຊຶ່ງມີການຮັບຮອງເອົາຖະແຫລງການວ່າດ້ວຍການຮ່ວມມືດ້ານການຄຸ້ມຄອງແຫລ່ງຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ນອກນັ້ນ ຍັງສ້າງສູນປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພຕາມລຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢູ່ແຂວງຢູນໜານ ສປ ຈີນ ໂດຍໄດ້ມີການກວດກາລາດຕະເວນຮ່ວມກັນ ແລະ ໄດ້ມີຂໍ້ລິເລີ່ມການຮ່ວມມືໃນການຕໍ່ຕ້ານສານເຄມີຕັ້ງຕົ້ນທີ່ໃຊ້ຜະລິດຢາເສບຕິດ.

ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - Visit Laos Visit SALANA BOUTIQUE HOTEL - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ
ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - Visit Laos Visit SALANA BOUTIQUE HOTEL - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ

    ສະເພາະ ສປປ ລາວ, ໃນໄລຍະທີ່ເປັນປະທານຮ່ວມຂອງ MLC (2018-2020) ກໍໄດ້ປະກອບສ່ວນຢ່າງຫ້າວຫັນໃນການເປັນເຈົ້າພາບຈັດກອງ ປະຊຸມ ແລະ ສົ່ງພະນັກງານຮ່ວມຝຶກອົບຮົມ ແລະ ແລກປ່ຽນບົດຮຽນ, ປະສົບການກັບບັນດາປະເທດສະມາຊິກ ແລະ ນຳມາໝູນໃຊ້ເຂົ້າໃນການປະຕິບັດວຽກງານໃຫ້ມີປະສິດທິຜົນກວ່າເກົ່າ.

    ປັດຈຸບັນ, ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການມີຜົນສຳເລັດຫລາຍດ້ານຄື: ໂຄງການເຫັນຜົນໄວມີຈຳນວນ 10 ໂຄງການ, ປັດຈຸບັນ ສຳເລັດ 5 ໂຄງການ, ກຳລັງປະຕິບັດ 3 ໂຄງການ ແລະ ລໍຖ້າປະຕິບັດ 2 ໂຄງການ, ໂຄງການຊ່ວຍເຫລືອຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2017 ມີ 13 ໂຄງການ ມູນຄ່າ 3,494 ລ້ານກວ່າໂດລາສະຫະລັດ ມາຮອດປັດຈຸບັນສຳເລັດ 2 ໂຄງການ ແລະ ອີກ 11 ໂຄງການແມ່ນກຳລັງຈັດຕັ້ງປະຕິບັດ.  ສໍາລັບໂຄງການປີ 2019 ນີ້, ສປປ ລາວ ໄດ້ນຳສົ່ງບົດສະເຫນີໂຄງການໃຫ້ຝ່າຍຈີນ ຈຳນວນ 74 ໂຄງການ ລວມມີມູນຄ່າ ຫລາຍກວ່າ 27,57 ລ້ານໂດລາສະຫະລັດ ແລະ ກຳລັງລໍຖ້າຝ່າຍຈີນ ພິຈາລະນາ ແລະ ຈະປະກາດໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນວັນທີ 19-20 ກຸມພານີ້ ຢູ່ນະຄອນຫລວງວຽງຈັນ.

ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - 3 - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ
ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - 5 - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ
ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ - 4 - ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກປະຕິບັດຢ່າງຕັ້ງໜ້າ