ລາວມີຄວາມພ້ອມສູງໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຂຶ້ນໃນວັນທີ 19-20 ກຸມພານີ້

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 (the 5th Mekong-Lancang Cooperation Foreign Ministers’ Meeting) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຈະຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມພານີ້ ຢູ່ທີ່ໂຮງແຮມດອນຈັນພາເລສ ນະຄອນຫລວງວຽງຈັນ ໂດຍການເປັນປະ ທານຮ່ວມຂອງທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.
ພິທີຖະແຫລງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ກຸມພານີ້ ທີ່ກະຊວງການຕ່າງປະເທດ ໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງດັ່ງກ່າວ, ທັງເປັນຮອງຫົວໜ້າຄະນະກຳມະການຊີ້ນຳລວມເພື່ອກະກຽມ ແລະ ເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ໂດຍທ່ານໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2; ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະຮ່ວມກັນປຶກສາຫາລືໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ-ສັງຄົມໃນຂົງເຂດພາກພື້ນແມ່ນໍ້າຂອງ ບົນພື້ນ ຖານ 3 ເສົາຄໍ້າ ແລະ 5 ຂົງເຂດບູລິມະສິດ.
ທ່ານ ທອງຜ່ານ ສະຫວັນເພັດ ກ່າວຕື່ມວ່າ: ໃນໂອກາດດຽວກັນນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ໂດຍມີຈຸດປະສົງເພື່ອເຜີຍແຜ່ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ລະຫວ່າງ ອາຊຽນ-ຈີນ ໃນການຊອກຫາຊ່ອງທາງ ລວມທັງແລກປ່ຽນບົດຮຽນທີ່ດີ ແລະ ກຳນົດມາດຕະການໃນການຕ້ານ ແລະ ຮັບມືກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກໂຄໂຣນາສາຍພັນໃໝ່ COVID-19.
ນອກຈາກນິີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຍັງເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນມີນາ 2020 ຢູ່ນະຄອນຫລວງວຽງຈັນ ແລະ ຈະໄດ້ພິຈາລະນາຮັບຮອງເອົາບົດຖະແຫລງຂ່າວຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5. ພ້ອມທັງຮັບຊາບເອກະສານຄັດຕິດ ຈຳນວນ 3 ສະບັບ ຄື: ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ, ຕາຕະລາງຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຮ່ວມ ແລະ ບົດແນະນຳຂອງສູນຄົ້ນຄວ້າແມ່ນ້ຳຂອງສາກົນກ່ຽວກັບການສ້າງແລວພັດທະນາເສດຖະກິດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອີກດ້ວຍ.