ອາຊີຍັງຢູ່ອັນດັບຕົ້ນຖິ້ມຂີ້ເຫຍື້ອປລາສະຕິກລົງທະເລຫລາຍສຸດໃນໂລກ
ອາຊີ ຍັງຄອງອັດຕາສ່ວນໃຫຍ່ຂອງຂີ້ເຫຍື້ອປລາສະຕິກທີ່ຖືກຖິ້ມລົງທະເລຫລາຍທີ່ສຸດໃນໂລກ ນຳໂດຍມາເລເຊຍທີ່ເປັນເບີ 1 ດ້ານນີ້ໃນທະວີບ, ສ່ວນອົງການອະນຸລັກສິ່ງແວດລ້ອມຊີ້ວ່າ: ເປັນຍ້ອນຍັງຂາດນະໂຍບາຍທີ່ມີປະສິດທິພາບໃນການແກ້ໄຂບັນຫານີ້.
ກອງທຶນສັດປ່າໂລກສາກົນ (WWF) ເຜີຍແຜ່ລາຍງານຫລ້າສຸດໃນວັນທີ 17 ກຸມພາ ພົບວ່າ: 60% ຂອງຈຳນວນຂີ້ເຫຍື້ອປລາສະຕິກ ເຊິ່ງມີການຖິ້ມລົງສູ່ມະຫາສະໝຸດທົ່ວໂລກປະມານ 8 ລ້ານໂຕນໃນແຕ່ລະປີ ມາຈາກຈີນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມລວມກັນ.
ປະລິມານການຖິ້ມຂີ້ເຫຍື້ອປລາສະຕິກລວມກັນທົ່ວໂລກມີທ່າອ່ຽງເພີ່ມຂຶ້ນອີກ 4 ເທົ່າ ໃນລະຫວ່າງປີ 2010-2050. ໝາຍຄວາມວ່າ: ຖ້າລັດຖະບານປະເທດຕ່າງໆບໍ່ມີການແກ້ໄຂ ຫລື ອອກແຕ່ມາດຕະການປ້ອງກັນທີ່ໄຮ້ປະສິດທິພາບ, ປະລິມານຂີ້ເຫຍື້ອປລາສະຕິກໃນທະເລຈະຫລາຍກວ່ານ້ຳໜັກຂອງສິ່ງມີຊີວິດໃນມະຫາສະໝຸດລວມກັນ.
ຂະນະດຽວກັນ, ການປ່ອຍແກັສກາກບອນໄດອອກໄຊທີ່ກ່ຽວຂ້ອງກັບປລາສຕະກ ນັບແຕ່ການຜະລິດໄປຈົນເຖິງການຈູດທຳລາຍ ບັນລຸລະດັບ 860 ລ້ານໂຕນ ໃນປີ 2019 ຫລາຍກວ່າການປ່ອຍແກັສກາກບອນໃນແຕ່ລະປີຂອງໄທ, ຫວຽດນາມ ແລະ ຟີລິບປິນລວມກັນ.