ຜູ້ນຳຈີນຜະເຊີນຄວາມທ້າທາຍຍາກທີ່ສຸດຈາກການລະບາດຂອງໄວຣັສ
ປະທານາທິບໍດີ ສີຈິ້ນຜິງ ຂອງຈີນ ກຳລັງຜະເຊີນຄວາມທ້າທາຍຍາກທີ່ສຸດເທົ່າທີ່ເຄີຍມີມາ ເມື່ອຕ້ອງຮັບມືກັບຜົນກະທົບທີ່ໄວຣັສມີຕໍ່ເສດຖະກິດ ລວມທັງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນໃນປະຊາຊົນ ກ່ຽວກັບຄວາມຊັກຊ້າຂອງລັດຖະບານໃນການເປີດເຜີຍຂໍ້ມູນ ເຊິ່ງອາດສົ່ງຜົນກະທົບຕໍ່ຖານການເມືອງຂອງຜູ້ນຳຈີນ.
ສຳນັກຂ່າວຊິນຮົວຂອງລັດຖະບານຈີນລາຍງານວ່າ: ຄະນະກຳມະການຂອງສະພາປະຊາຊົນກຳລັງຈະຫາລືກັນໃນວັນທີ 24 ກຸມພານີ້ ເລື່ອງການເລື່ອນກອງປະຊຸມສະພາປະຊາຊົນແຫ່ງຊາດອອກໄປ ໂດຍກ່ອນໜ້ານີ້ກອງປະຊຸມປະຈຳປີກຳນົດຈະເລີ່ມຂຶ້ນໃນວັນທີ 5 ມີນາ, ແຕ່ຄາດວ່າອາດຈະຕ້ອງເລື່ອນອອກໄປ ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະໃຫ້ຜູ້ແທນເກືອບ 3.000 ຄົນ ຈາກທົ່ວປະເທດເດີນທາງໄປນະຄອນຫລວງປັກກິ່ງ ເພື່ອປະຊຸມ ແລະ ກຳນົດນະໂຍບາຍສຳລັບປີໜ້າ.
ຂະນະດຽວກັນ ສະຖານະການລະບາດຂອງໄວຣັສຍັງອາດສົ່ງຜົນກະທົບຕໍ່ແຜນການໄປຢ້ຽມຢາມຍີ່ປຸ່ນຂອງຜູ້ນຳຈີນ ເຊິ່ງກຳນົດໄວ້ໃນຕົ້ນເດືອນເມສານຳອີກ.