ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ


ໃນວັນທີ 30 ມັງກອນ 2020 ທີ່ ລອນດອນ, ປະເທດ ອັງກິດ, ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລະຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະຣາຊະອານາຈັກ ອັງກິດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນຂອງ ວາລະສານທ່ອງທ່ຽວ Wanderlustຂອງ ອັງກິດ ປະຈຳປີ 2020 (Wanderlust Reader Travel Awards 2020) ຊຶ່ງຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ດ້ວຍສຽງສະໜັບສະໜູນ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຄວາມພໍໃຈຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8.500 ກວ່າຄົນ. ສຳລັບ ອັນດັບທີ 1 ຂອງ Top Country ແມ່ນ ປະເທດ ນາມິເບຍ (96.77%) ແລະ ອັນດັບທີ 2 ແມ່ນປະເທດ ເປຣູ (96.33%). ສ່ວນອັນດັບທີ 4 ເຖິງ 10 (ທີ່ບໍ່ໄດ້ຮັບລາງວັນ) ແມ່ນ ນິວຊີແລນ, ຍີ່ປຸ່ນ, ທານຊາເນຍ, ການາດາ, ເຄນຢາ, ຫວຽດນາມ ແລະ ອິນເດຍ ລຽງຕາມລຳດັບ.
ການຮັບລາງວັນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນປະເພດ Top Country. ຜ່ານມາມີພຽງແຕ່ ຫຼວງພະບາງ ທີ່ໄດ້ຮັບລາງວັນອັນດັບທີ 1 ປະເພດເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ (Best City ຫຼື Top City) ຊຶ່ງໄດ້ຮັບມາແລ້ວ 8 ຄັ້ງ ແລະ ກໍຕິດ 1 ໃນ 10 ເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ ມາຫຼາຍຄັ້ງ ຕັ້ງແຕ່ປີ 2006.
ການໄດ້ຮັບລາງວັນໃນປີນີ້ ຖືເປັນຂີດໝາຍທີ່ສຳຄັນ ທີ່ເຮັດໃຫ້ຊື່ “Laos” ປາກົດຕົວໃນສື່ອອນລາຍຂອງວົງການທ່ອງທ່ຽວໂລກເປັນຄັ້ງທຳອິດ ແລະ ຍັງສະແດງໃຫ້ເຫັນວ່າ ບໍ່ສະເພາະແຕ່ ຫຼວງພະບາງ ເທົ່ານັ້ນ ແຕ່ຍັງມີຫຼາຍຂົງເຂດອື່ນຂອງ ສປປ ລາວ ທີ່ເປັນໜ້າທ່ອງທ່ຽວຢ່າງປະທັບໃຈເຊັ່ນກັນ.