ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ

ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ - 669 - ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ
ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ - kitchen vibe - ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ


     ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກໄປຕາມແນວທາງນະໂຍບາຍຂອງພັກ ແລະ ລັດວາງໄວ້ນັ້ນ.ປະຊາຊົນຄອບຄົວໜຶ່ງຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງໄດ້ຫັນເອົາການປູກ-ການລ້ຽງ ເປັນອາຊີບຫຼັກເພື່ອຜະລິດເປັນສິນຄ້າ,ສ້າງລາຍຮັບເຂົ້າສູ່ຄອບຄົວ,ທັງເປັນການສ້າງວຽກເຮັດງານທໍາໃຫ້ກັບສະມະຊິກພາຍໃນຄອບຄົວຢ່າງໝັ້ນທ່ຽງ.
    

ທ້າວອາຍອນ ອາຍຸ 45 ປີ,ປະຊາຊົນບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວ ໃນໂອກາດເຂົ້າຮ່ວມກອງປະຊຸມເກັບກໍາຂໍ້ມູນ,ສໍາຫຼວດ,ຕິດຕາມກວດກາປ່າໄມ້ແຫ່ງຊາດ ໂດຍຊອກຫາທຸກສາຍເຫດຂອງການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເຊື່ອມໂຊມທີ່ມີຜົນກະທົບຕໍ່ພື້ນທີ່ຢູ່ບ້ານທົ່ງຫວາຍໃນວັນທີ 15 ກຸມພາ ຜ່ານມານີ້ວ່າ: ຄອບຄົວຂອງຕົນເປັນຄອບຄົວໜຶ່ງ ທີ່ຢຶດຖືການປູກ-ການລ້ຽງເປັນອາຊີບມາໄດ້ຫຼາຍປີແລ້ວນັບແຕ່ຄອບຄົວໄດ້ຍົກຍ້າຍອອກຈາກເມືອງ ກະລຶມ ມາແຕ່ປີ 1985 ມາຢູ່ບ້ານ ທົ່ງຫວາຍ ເມືອງ ທ່າແຕງ ແຂວງ ເພື່ອຊອກຊ່ອງທາງຫາລາຍໄດ້ເຂົ້າສູ່ຄອບຄົວ. ເຊິ່ງພາຍໃນຄອບຄົວມີສະມາຊິກທັງໝົດ 7 ຄົນ,ຍິງ 4ຄົນ,ໃນນີ້ມີແຮງງານຕົ້ນຕໍ 3 ແຮງງານ,ສໍາຮອງມີ 2 ແຮງງານ,ໂດຍໄດ້ຖືເອົາການປູກ-ການລ້ຽງມາແຕ່ປີ 1985. ໂດຍມີດິນທໍາການຜະລິດທັງໝົດ 3 ຕອນ,ມີເນື້ອທີ່ທັງໝົດ 13ເຮັກຕາ,ໃນເບື້ອງຕົ້ນ ໄດ້ເລີ່ມຈາກການເຮັດໄຮ່ປູກເຂົ້າໃນເນື້ອທີ່ດິນ 1ເຮັກຕາ ເພື່ອແກ້ໄຂຊີວິດຂອງຄອບຄົວ ເຊິ່ງເຫັນວ່າຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກ-ສັບສົນຫຼາຍ,ເຂົ້້າບໍ່ກຸ້ມກິນ,ເຄື່ອງໃຊ້ຂອງສອຍໃນຄົວເຮືອນບໍ່ພຽງພໍ,ຈາກສະພາບຄວາມເປັນຈິງນັ້ນເມື່ອເຫັນວ່າເນື້ອທີ່ດິນຍັງວ່າງຢູ່ພາຍໃນຄອບຄົວ ຈິ່ງໄດ້ປຶກສາຫາລືກັບຄອບຄົວ ປູກກາເຟ,ໝາກແໜ່ງ,ແຂມ,ມັນຕົ້ນ,ຂີງດໍາ,ພືດຜັກອື່ນໆ. ຊັບຫວ່າງກັບການປູກເຂົ້າໄລຍະຫ່າງ 2 ແມັດ ເພື່ອໝູນວຽນສະຫລັບກັນໄປໃນເນື້ອທີ່ດິນ 3 ຕອນດັ່ງກ່າວ,ນອກຈາກປູກພືດເປັນສິນຄ້າໝູນວຽນແລ້ວພາຍໃນຄອບຄົວຍັງໄດ້ລ້ຽງສັດປະເພດ: ຄວາຍມີ 10 ໂຕ,ງົວມີ 11ໂຕ,ໂດຍນໍາໃຊ້ແຫຼ່ງທຶນທີ່ເປັນກອບເປັນກຳຂອງຕົນເອງເຊິ່ງສາມາດສ້າງລາຍຮັບຈາກການຜະລິດສິນຄ້າໝູນວຽນ ແລະ ລາຍຮັບຈາກການລ້ຽງສັດເຂົ້າໃນຄອບຄົວປີໜຶ່ງໄດ້ 20 ລ້ານຫາ 30 ລ້ານກີບຕໍ່ປີ,ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 3 ຫາ 5 ລ້ານກ່ວາກີບຕໍ່ປີ,ເຊິ່ງເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ນັບມື້ດີຂຶ້ນ,ປະຈຸບັນມີລົດໄຖນາເດີນຕາມ 1ຄັນ,ລົດຈັກ 2ຄັນ ແລະ ມີເຮືອນກໍ່ຊັ້ນດຽວໜຶ່ງຫຼັງ,ຍ້ອນຄວາມອົດທົນ,ດຸໝັ່ນຂະຫຍັນພຽນໃນການຜະລິດສິນຄ້າ ໂດຍຫັນເອົາທີ່ດິນທີມີຢູ່ເຂົ້າໃນການປູກແບບສະຫຼັບກັນໄປມາ ຈຶ່ງເຮັດໃຫ້ຄອບຄົວຂອງທ້າວ ອາຍອນ ມີລາຍຮັບທີ່ໝັ້ນທ່ຽງ,ເຮັດໃຫ້ຄອບຄົວໄດ້ມີຢູ່ມີກິນ ແລະກາຍເປັນຄອບຄົວທີ່ພົ້ນເດັ່ນຢູ່ພາຍໃນບ້ານ ທົ່ງຫວາຍ ເພື່ອຈະກ້າວເຂົ້າເປັນຄອບຄົວຕົວແບບໃນການຜະລິດສິນຄ້າໝູນວຽນ ພາໃຫ້ຄອບຄົວມີລາຍຮັບດີຂຶ້ນເທື່ອລະກ້າວ.

ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ - Visit Laos Visit SALANA BOUTIQUE HOTEL - ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ
ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ - 3 - ຜະລິດສິນຄ້າໝູນວຽນພາໃຫ້ຄອບຄົວມີລາຍຮັບດີຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!