ລັດຖະບານ ໄດ້ຮັບເຄື່ອງຊ່ວຍເຫລືອປ້ອງກັນ ໄວຣັສໂຄວິດ-19
February 20, 2020 - 1:16 PM
ໃນວັນທີ 19 ກຸມພາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຮັບເຄື່ອງຊ່ວຍເຫລືອ ປະເພດຜ້າອັດປາກແບບໃຊ້ທາງການແພດ ຈຳນວນ 200.000 ອັນ ແລະ ຜ້າອັດປາກແບບ (N 95) ຈໍານວນ 10.000 ອັນ ລວມມູນຄ່າ 1,2 ຕື້ກວ່າກີບ ຈາກທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງທະວີຊັບ ຈໍາກັດຜູ້ດຽວ ເພື່ອນໍາໄປມອບໃຫ້ບັນດາແພດ-ໝໍ ແລະ ປະຊາຊົນຜູ້ທີ່ມີຄວາມສ່ຽງ ເພື່ອປ້ອງກັນການຕິດເຊື້ອໄວຣັສໂຄວິດ-2019.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດດັ່ງກ່າວທີ່ໄດ້ມີນໍ້າໃຈປະກອບສ່ວນສໍາຄັນເຂົ້າໃນການຕິດຕາມເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ນີ້.










