ສຸດສະເທືອນຂັວນ..! ອະດີດນັກກີລາຣັກບີ້ນິວຊີແລນ ກໍ່ເຫດບໍ່ຄາດຝັນ ຈູດໄຟເຜົາລົດ ເມຍແລະລູກ ເສຍຊີວີດຄາທີ
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ໃຫ້ຮູ້ວ່າ: ຖືວ່າເປັນຂ່າວທີ່ເສົ້າໃນວົງການກີລາໂລກເມື່ອ ໂຣແວນ ແບັກເຕີ້ ອະດີດນັກກີລາຣັກບີ້ ຊາວນິວຊີແລນ ຕັດສິນໃຈຢຸດຕິປັນຫາພາຍໃນຄອບຄົວດ້ວຍການຈູດໄຟເຜົາລົດຕົວເອງພ້ອມເມຍ ແລະ ລູກນ້ອຍອີກ 3 ຄົນອາຍຸພຽງແຕ່ 6ປີ,4ປີ ແລະ 3ປີ ເສຍຊີວິດຄາທີ່ໃນເມືອງ ບຣີສເບນ ປະເທດອົດສະຕາລີ ເມື່ອວັນທີ່ 19 ກຸມພາທີ່ຜ່ານມານີ້

ນອກຈາກນີ້ສຳນັກຂ່າວ ABC NEWS ຍັງໄດ້ບອກໃຫ້ຮູ້ຕື່ມອີກວ່າ: ໂຣແວນ ເເບັກເຕີ້ ໄດ້ໃຊ້ມີດແທງຕົວເອງ,ກ່ອນລົງມືເອົານ້ຳມັນຫົດໃສ່ລົດແລ້ວຈູດໄຟເຜົາ ກ່ອນທີ່ໄຟຈະລາມໄໝ້ ເຮັດໃຫ້ຈົບຊີວິດເມຍ ແລະ ລູກຢ່າໂຫດຫ້ຽມ

ດ້ານເຈົ້າໜ້າທີ່ຕຳຫຼວດ ໄດ້ສະຫລຸບເຫດການເບື້ອງຕົ້ນຄາດວ່າ: ສາເຫດທີ່ເຮັດໃຫ້ ໂຣແວນ ເເບັກເຕີ້ ໄດ້ກໍ່ເຫດໃນຄັ້ງນີ້ເກີດຈາກປັນຫາພາຍໃນຄອບຄົວທີ່ທັງຄູ່ໄດ້ແຍກກັນຢູ່ຕັ້ງແຕ່ທ້າຍປີທີ່ຜ່ານມາ ແລະ ກຳລັງຈະເຈລະຈາສິດໃນການລ້ຽງລູກເຮັດໃຫ້ມີປາກສຽງກັນ ຈຶ່ງເຮັດໃຫ້ ໂຣແວນ ແບັກເຕີ້ ຕັດສິນໃຈກໍ່ເຫດສະເທືອນຂວັນດັງກ່າວ.











