ການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ວຽກກະສິກຳຂອງລາວໄດ້ມີປະສິດທິພາບ
ຜູ້ຊ່ຽວຊານດ້ານ ວຽກງານອຸຕຸກະເສດຂອງລາວ ທັງເປັນຜູ້ອຳນວຍການໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານຂອງລາວ (SAMIS) ໄດ້ລາຍງານຕໍ່ກອງປະຊຸມສາກົນກ່ຽວກັບການບໍລິການດິນຟ້າອາກາດ ຄັ້ງທີ VI ຢູ່ອິນເດຍວ່າ: ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາເຖິງປັດຈຸບັນຄື: ການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນ ເພື່ອການປະຊາສຳພັນສຳລັບຊາວບ້ານເປັນການທົດລອງຢູ່ 20 ແຫ່ງ ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດ ປະມານ 25.295 ຄົນ ເທົ່າກັບ 67,3% ຂອງຊາວກະສິກອນທັງໝົດໃນບ້ານເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການນີ້, ພ້ອມນັ້ນກໍແມ່ນບັນດາສື່ສັງຄົມອອນລາຍທີ່ເປັນທີ່ນິຍົມ ແລະ ມີປະສິດທິພາບສູງ ກໍຄື ເຟສບຸກໄດ້ຖືກນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຊຸມຊົມຈຳນວນຫຼາຍໃນນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຊົມປະມານ 1 ແສນຄົນ, ພ້ອມທັງໄດ້ນໍາສະເໜີໂຄງການຕົວແບບກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫຼ່ງ ໂດຍສະເພາະແມ່ນແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງວຽງຈັນ.
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໄດ້ໝູນໃຊ້ຫລາຍໆວິທີການ ເປັນຕົ້ນໂຮງຮຽນຊາວນາກໍໄດ້ຖືກນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ ກໍແມ່ນໂພສເຕີດ້ານສະພາບອາກາດກໍໄດ້ຮັບການພັດທະນາຂຶ້ນ ໂດຍຮ່ວມມືກັນກັບໂຄງການອາຫານໂລກ (WFP) ໃນໂຮງຮຽນ 5 ແຫ່ງທີ່ຕົວແບບໄດ້ສົນທະນາໃນຫລາຍໆບັນຫາ ເພື່ອແນໃສ່ປັບປຸງການຕັດສິນໃຈດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການຕ່າງໆໃຫ້ມີລັກສະນະທັນສະໄໝຂຶ້ນ.