ອາຊຽນ-ຈີນ ຫາລືຊ່ອງທາງການຮັບມື ແລະ ສະກັດກັ້ນພະຍາດ ໂຄວິດ-19
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+ຈີນ ສະໄໝພິເສດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ກຸມພານີ້ ຢູ່ນະຄອນຫລວງວຽງຈັນ ໂດຍ ສປປ ລາວ ເປັນເຈົ້າພາບ ເພື່ອປຶກສາຫາລື ແລະ ຮ່ວມກັນຫາຊ່ອງທາງໃນການຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19). ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ລັດຖະມົນຕີຕ່າງປະເທດ ສ. ຟີລິບປິນ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.
ພິເສດກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມໃນການຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ໄດ້ມອບໝາຍໃຫ້ ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍໃຫ້ລາຍລະອຽດຕໍ່ໄປ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຕີລາຄາສູງຕໍ່ມາດຕະການ ກໍຄືຄວາມພະຍາຍາມຂອງລັດຖະບານ ສປ ຈີນ ໃນການຕ້ານ ແລະ ຮັບມືກັບເຊື້ອພະຍາດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ລັດຖະບານ ກໍຄືປະຊາຊົນຈີນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄດ້ຢ່າງແນ່ນອນ. ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+ຈີນ ສະໄໝພິເສດນີ້, ພາຍໃນອາຊຽນເອງກໍໄດ້ຈັດກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍານເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມໄດ້ທົບທວນຄືນຄວາມພະຍາຍາມຂອງອາຊຽນ ໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບພະຍາດ COVID-19, ພ້ອມທັງກໍານົດທິດທາງໃນຕໍ່ໜ້າ.
ໃນໄລຍະດຳເນີນທັງສອງກອງປະຊຸມນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫລີມໄຊ ກົມມະສິດ ໃນຖານະເປັນເຈົ້າພາບ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີໃນຄວາມພະຍາຍາມຂອງ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຊາບ. ກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດຄັ້ງນີ້ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ຊຶ່ງສະແດງອອກໃນການມີບົດບາດ ແລະ ປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ.










