ຄວນສຶກສານິໄສຮັກຄວາມສະອາດ
ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ເວົ້າເລື່ອງນິໄສຮັກຄວາມສະອາດ ແລະ ປົກປັກຮັກສາສະພາບສິ່ງແວດລ້ອມ ເປັນເລື່ອງທີ່ສີວິໄລຂອງຄົນຍຸກໃໝ່. ການຮັກຄວາມສະອາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄດ້ກາຍເປັນບັນຫາຍຸດທະສາດຂອງທຸກໆລັດຖະບານໃນໂລກ. ໃນຍຸກແຫ່ງການເຊື່ອມໂຍງ ແລະ ເຕັກໂນໂລຊີີມີຄວາມກ້າວໜ້າຢ່າງບໍ່ມີພົມແດນນັ້ນ, ຜູ້ຄົນໄດ້ຫັນມານຳໃຊ້ຜະລິດຕະພັນຈາກໂຮງຈັກໂຮງງານຫຼາຍຂຶ້ນເຊັ່ນ: ເຄື່ອງປາລາສະຕິກ, ໂລຫະ, ເຄື່ອງແກ້ວ, ຢາຂ້າຫຍ້າ, ຂ້າສັດຕູພືດ, ຢາບໍາລຸງຕົ້ນໄມ້, ໝາກໄມ້. ທຸກສິ່ງເຫຼົ່ານີ້ ເມື່ອເຮົາໃຊ້ໄປແລ້ວລ້ວນແຕ່ປະໄວ້ໃຫ້ເປັນສິ່ງເສດເຫຼືອ, ເປັນຂີ້ເຫຍື້ອ ຊຶ່ງເສດເຫຼືອເຫຼົ່ານີ້ໄດ້ສ້າງມົນລະພິດໃຫ້ແກ່ໂລກມະຫາສານ ເຮັດໃຫ້ສາຍນໍ້າກາຍເປັນນໍ້າເສຍ ເຕັມໄປດ້ວຍພິດໄພ, ໃຊ້ການບໍ່ໄດ້ ແລະ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາກອນໂລກຢ່າງຮ້າຍແຮງ.
ດັ່ງນັ້ນ, ການສຶກສາອົບຮົມໃຫ້ຄົນໃນທົ່ວໂລກເວົ້າລວມ, ຄົນລາວເວົ້າສະເພາະ ແມ່ນມີຄວາມສຳຄັນທີ່ສຸດ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຂອງໂລກ. ຖ້າຢາກໃຫ້ປະເທດລາວຍັງຄົງໄວ້ຄວາມສວຍສົດງົດງາມ, ປອດສານພິດ ແລະ ມົນລະພິດທີ່ເປັນອັນຕະລາຍຕໍ່ສຸຂະພາບຮ່າງກາຍ ເຮັດໃຫ້ປະຊາຊົນລາວມີສຸຂະພາບແຂງແຮງ, ປະເທດລາວເປັນໜ້າຢູ່ ໜ້າທ່ຽວຊົມ ຄົນລາວທຸກຄົນຕ້ອງມີສະຕິ ແລະ ຄວາມຮູ້ສຶກຮັກຄວາມສະອາດ ແລະ ປົກປັກຮັກສາສິ່ງແວດລ້ອມແຕ່ດຽວນີ້ໄປ ກ່ອນຈະຫຼ້າຈະສວຍເກີນແກ້.
ບັນຫາຕັ້ງຂຶ້ນວ່າ: ຈະສຶກສາກັນແນວໃດ ? ແລະ ແມ່ນໃຜ, ພາກສ່ວນໃດຮັບຜິດຊອບ ? ບັນຫານີ້ເປັນບັນຫາໃຫຍ່ທີ່ຈະຕ້ອງໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກະຊວງສຶກສາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ສ່ວນຜູ້ຂຽນຢາກຂໍແລກປ່ຽນຄຳຄິດຄຳເຫັນເລັກໆນ້ອຍໆ ໃນການສຶກສາໃຫ້ຄົນລາວມີສະຕິ ແລະ ຄວາມເປັນເຈົ້າການໃນການຮັກຄວາມສະອາດ ແລະ ປົກປັກຮັກສາສິ່ງແວດລ້ອມດັ່ງນີ້:
- ຕ້ອງເອົາບັນຫາຮັກຄວາມສະອາດ ແລະ ປົກປັກຮັກສາສິ່ງແວດລ້ອມເຂົ້າຢູ່ໃນຫຼັກສູດການຮຽນ-ການສອນແຕ່ຊັ້ນປະຖົມຮອດຊັ້ນມັດທະຍົມຕອນຕົ້ນ.
- ຢູ່ໃນໂຮງຮຽນແຕ່ລະແຫ່ງຄວນມີຖັງຂີ້ເຫຍື້ອຢາຍໄວ້ຕາມໂຮງຮຽນ ແລະ ທຸກໆວັນສຸກທາງໂຮງຮຽນຄວນມີຂະບວນການທຳຄວາມສະອາດພາຍໃນໂຮງຮຽນ, ປູກຕົ້ນໄມ້ເພື່ອໃຫ້ມີຮົ່ມເຢັນ, ມີສວນດອກໄມ້ເພື່ອໄວ້ໃຫ້ຄວາມສວຍງາມ.
- ພາກຮຽນໜຶ່ງໆ ອາດຈະພານັກຮຽນໄປທັດສະນະສຶກສາຢູ່ນອກສະຖານທີ່ ບ່ອນທີ່ມີສະພາບແວດລ້ອມທີ່ຍັງເປັນທຳມະຊາດ ນັບທັງບ່ອນທີ່ເປິະເປື້ອນ ແລະ ເກີດມົນລະພິດ, ບ່ອນທີ່ມີຫ້ວຍນໍ້າເນົ່າເສຍ ເພື່ອສ້າງສະຕິໃຫ້ເຂົາເຈົ້າ.
- ໝັ່ນຈັດຕັ້ງການແຂ່ງຂັນຕອບຄຳຖາມກ່ຽວກັບຄວາມສະອາດ ແລະ ການປົກປັກຮັກສາສິ່ງແວດລ້ອມເປັນປະຈຳ ລວມທັງພາກປະຕິບັດຕົວຈິງ.
- ສຶກສາໃຫ້ນັກຮຽນມີນິໄສບໍ່ຖິ້ມຂີ້ເຫຍື້ອຊະຊາຍໃນສາທາລະນະ, ເທິງລົດເມ, ລົດນຳທ່ຽວ, ໃນເຮືອນຊານບ້ານຊ່ອງ ແລະ ອື່ນໆ.










