ການປ່ຽນແປງທີ່ສຳຄັນ ຂອງອຸນຫະພູມໂລກ

ໂດຍ: ມຶກບໍ່ແຫ້ງ
ການລາຍງານວ່າ ອຸນຫະພູມຂອງຂົ້ວໂລກໃຕ້ ສູງຮອດ 20 ອົງສານັ້ນ ໄດ້ສ້າງຄວາມແຕກຕື່ນໄປທົ່ວໂລກ ແລະ ອາດເປັນສັນຍານ ທີ່ເປັນອັນຕະລາຍຮ້າຍແຮງກວ່າເກົ່າ.
ການປ່ຽນແປງ ຂອງດິນຟ້າອາກາດໄດ້ກາຍເປັນ ບັນຫາ ທີ່ທົ່ວໂລກ ເລັ່ງໃຫ້ຄວາມສົນໃຈຫຼາຍທີ່ສຸດໃນຊຸມປີຜ່ານມາ ໂດຍສະເພາະ ການ ເຄື່ອນໄຫວ ຂອງຊາວໜຸ່ມທົ່ວໂລກໃນປີ 2019 ນັ້ນ ໄດ້ເຮັດໃຫ້ບັນດາຜູ້ນຳ ທີ່ອາຍຸສູງທັງຫຼາຍທົ່ວໂລກຫັນມາຟັງ ແລະ ທົບທວນຄືນວ່າການຈັດຕັ້ງ ປະຕິບັດຜ່ານມານັ້ນ ຈະຊ່ວຍຢັບຢັ້ງການເພີ່ມຂຶ້ນຂອງ ອຸນຫະພູມໂລກໄດ້ ແນວໃດ.
ໃນວັນທີ 9 ກຸມພາທີ່ຜ່ານມານີ້ ນັກວິມະຍາສາດ ຊາວເບຣຊິນ ໄດ້ລາຍງານວ່າ ອຸນຫະພູມຂອງເກາະ ເຊມົວ (Seymour) ຂອງຂົ້ວໂລກ ໃຕ້ ໄດ້ສູງຮອດ 20 ອົງສາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດທີ່ອຸນຫະ ພູມ ໃນເຂດດັ່ງກ່າວສູງເຖິງຂະໜາດນັ້ນ ແລະ ລາຍງານເພີ່ມເຕີມວ່າ ອັດຕາໃນການເພີ່ມຂຶ້ນຂອງ ອຸນຫະພູມ ໃນເຂດດັ່ງກ່າວ ແມ່ນໄວກວ່າທີ່ ເຄີຍມີມາ.
ທ່ານ ຄາລອສ ແຊເຟີ (Carlos Shaefer) ໜຶ່ງໃນນັກວິທະຍາສາດ ທີ່ໄດ້ສຳຫຼວດ ສະຖິຕິດັ່ງກ່າວເວົ້າວ່າ: “ການເພີ່ມຂຶ້ນຂອງອຸນຫະພູມໃນລະ ດັບນີ້ ເປັນເລື່ອງທີ່ບໍ່ໜ້າເຊື່ອ ແລະ ມັນເປັນເລື່ອງທີ່ບໍ່ປົກກະ ຕິແລ້ວ”
ຄະນະຂອງທ່ານ ຄາຣອສ ວັດແທກ ແລະຕິດຕາມສະພາບອາກາດ ແລະອຸນຫະພູມໃນເຂດ ດັ່ງກ່າວ, ໃນທຸກໆສາມມື້ ໂດຍໄດ້ເວົ້າເພີ່ມເຕີມວ່າ “ພວກຂ້າພະເຈົ້າໄດ້ຕິດຕາມທ່າອ່ຽງ ການປ່ຽນແປງຂອງອຸນຫະພູມ ຢູ່ຫຼາຍຈຸດ ແຕ່ພວກເຮົາບໍ່ເຄີຍເຫັນການປ່ຽນແປງແບບນີ້ມາກ່ອນ”.
ການເພີ່ມຂຶ້ນຂອງອຸນຫະພູມຄັ້ງນີ້ ເຊິ່ງເຊື່ອວ່າ ແມ່ນມາຈາກ ປະກົດການ ເອລນີໂຍ (El Niño)
ຫຼື ສະພາບການປ່ຽນແປງ ຂອງດິນຟ້າອາກາດ “ພວກເຮົາ ຮັບຮູ້ວ່າ ມີການປ່ຽນແປງຂອງສະພາບດິນຟ້າອາກາດຢູ່ຊັ້ນບັນຍາກາດທີ່ເຮັດໃຫ້ ອຸນຫະພູມຂອງທະເລກໍເພີ່ມຂຶ້ນ ເພາະທຸກສິ່ງມັນເຊື່ອມໂຍງກັນ” ທ່ານ ແຊເຟີ ກ່າວຕື່ມ.
ໃນເຂດດັ່ງກ່າວ ກວມເອົາ 70% ຂອງນໍ້າຈືດໃນທົ່ວໂລກຖ້າຫາກວ່າ ບັນດາກ້ອນນໍ້າແຂງອັນມະຫຶມານັ້ນຫາກລະລາຍທັງໝົດຈະເຮັດໃຫ້ ລະດັບນໍ້າທະເລເພີ່ມຂຶ້ນຮອດ 50-60 ແມັດ, ແຕ່ອາດໃຊ້ເວລາ ຫຼາຍເຊັ່ນຄົນ ສົມຄວນ, ພ້ອມນັ້ນ ນັກວິທະຍາສາດ ອົງການສະຫະປະຊາຊາດກໍຄາດ ໄວ້ວ່າ ລະດັບນໍ້າທະເລຈະເພີ່ມຂຶ້ນສູງຮອດ 30-110 ຊັງຕີແມັດ ໃນທ້າຍສະຕະວັດນີ້ ເຊິ່ງຂຶ້ນກັບຄວາມພະຍາຍາມ ຂອງມະນຸດເຮົາວ່າ ຈະສາມາດຢັບຢັ້ງການເພີ່ມຂຶ້ນຂອງ ອຸນຫະພູມໂລກໄດ້ແນວໃດ.
ເມື່ອການປ່ຽນແປງຢູ່ບ່ອນໜຶ່ງ, ບ່ອນອື່ນໆ ກໍອາດໄດ້ຮັບຜົນກະທົບ ເຊັ່ນ ກັນຢ່າງຫຼີກລ່ຽງບໍ່ໄດ້ ເພາະທຸກຢ່າງໃນໂລກນີ້, ໂດຍສະເພາະສະພາບ ດິນຟ້າອາກາດ ລ້ວນແລ້ວແຕ່ເຊື່ອມໂຍງກັນ.
ສິ່ງທີ່ພວກເຮົາເຮັດໄດ້ຄືການກຽມພ້ອມຮັບມື ກັບໄພພິບັດຕ່າງໆ ແລະ ທັງປະກອບສ່ວນໃນການຫຼຸດຜ່ອນ ການເພີ່ມຂຶ້ນຂອງອຸນຫະພູມໂລກ ຕາມທິດຍືນຍົງ ສີຂຽວ ທີ່ລັດຖະບານເຮົາກຳລັງໃຫ້ຄວາມສຳຄັນ.