ກາເຟ ກຳລັງຈະໝົດໄປຈາກໂລກ


ໂດຍ: ມຶກບໍ່ແຫ້ງ
ເຊື່ອວ່າ ທົ່ວໂລກ ມີຄົນຈຳນວນຫລາຍຮ້ອຍລ້ານຄົນ ທີ່ດື່ມກາເຟທຸກມື້ ແລະ ໃນປະເທດເຮົາກໍເຊັ່ນກັນ ທີ່ມີ ຄົນດື່ມ ກາເຟ ເປັນຈຳນວນຫລວງຫລາຍ ແຕ່ເປັນເລື່ອງທີ່ໜ້າຕົກໃຈບໍ່ໜ້ອຍ ທີ່ວ່າ ກາເຟກຳລັງຈະໝົດໄປຈາກໂລກນີ້ແລ້ວ.
ນັກຊ່ຽວຊານຂອງສະຖາບັນດິນຟ້າອາກາດ (The Climate Institute) ໃຫ້ຂໍ້ສັງເກດວ່າ ກາເຟຈະສູນຫາຍໄປຈາກໂລກນີ້ ຖ້າພາວະ ໂລກຮ້ອນຍັງສືບຕໍ່. ຮອດປີ 2050 ບັນດານັກຄົ້ນຄວ້າກ່ຽວກັບ ດິນຟ້າອາ ກາດ ກໍຍັງເວົ້າວ່າດິນກະສິກຳທີ່ເໝາະສົມກັບການປູກກາເຟຈະຫລຸດລົງ ເປັນເຄິ່ງເນື່ອງຈາກການເພີ່ມຂຶ້ນຂອງອຸນຫະພູມ, ສັດຕູພືດ ແລະເຊື້ອລາ ຕ່າງໆກໍເພີມຂຶ້ນເຊັ່ນກັນ ແລະ ເມື່ອຮອດປີ 2080 ຄາດຄະເນວ່າກາເຟ ຈະສູນຫາຍໄປຈາກໂລກໂດຍປະລິຍາຍ.
ການສູນຫາຍໄປຂອງກາເຟນັ້ນ ມັນຈະສົ່ງຜົນກະທົບຢ່າງໜ້ອຍຕໍ່ 120 ລ້ານຄົນທົ່ວໂລກທີ່ເອົາກາເຟເປັນໝາກຫົວໃຈຂອງການລ້ຽງ ຊີບເຂົາເຈົ້າ ໂດຍສະເພາະບັນດາປະເທດທຸກຍາກ. ໃນ 70 ກວ່າປະເທດ ທົ່ວໂລກທີ່ຜະລິດກາເຟເຊິ່ງເປັນສູນກາງຂອງເສດຖະກິດເຂົາເຈົ້າເຊັ່ນ: ປະເທດ ບູຣູນດີ (Burundi) 59% ຂອງລາຍຮັບທັງໝົດຂອງປະເທດ ແມ່ນມາຈາກກາເຟ, ຢູ່ເອທີໂອເປຍ (Ethiopia) ກໍກວມເອົາ 33% ແລະ ນີກາຣາກົວ (Nicaragua) ກໍກວມເອົາ 17%.
ດັ່ງຄືໃນປະເທດເຮົານັ້ນລະ ທີ່ຜູ້ຜະລິດກາເຟສ່ວນໃຫຍ່ຈະເປັນຊາວ ກະສິກອນຂະໜາດນ້ອຍ ເຊິ່ງໝາຍຄວາມວ່າເຂົາເຈົ້າອາດມີຄວາມສ່ຽງ ສູງທີ່ຈະໄດ້ຮັບຜົນກະທົບ ໂດຍສະເພາະລາຍຮັບທີ່ຫລຸດລົງເນື່ອງຈາກ ຄຸນນະພາບ ຂອງແກ່ນກະເຟຂີ້ຮ້າຍລົງນັ້ນເອງ.
ຈາກບົດລາຍງານຂອງສະຖາບັນດິນຟ້າອາກາດ ນັ້ນສະແດງໃຫ້ ເຫັນວ່າ ສະພາບອາກາດທີ່ປ່ຽນແປງໄປນັ້ນໄດ້ເຮັດໃຫ້ຫລາຍຂົງເຂດທີ່ ຜະລິດກະເຟມີປະລິມານການສົ່ງອອກທີ່ຫລຸດລົງ ແລະ ເມື່ອອາກາດ ຮ້ອນຂຶ້ນ ກິ່ນ ແລະລົດຊາດຂອງກາເຟກໍປ່ຽນແປງໄປ. ການປ່ຽນແປງ ທີ່ເຫັນໄດ້ຊັດເຈນທີ່ຄາດວ່າເປັນໄພຂົ່ມຂູ່ຕໍ່ການຜະລິດກາເຟທົ່ວໂລກກໍຄື ການຫລຸດລົງຂອງເນື້ອທີ່ປ່າໄມ້ໃນເຂດສູນສູດ ແລະເຂດພູດອຍ ເຊິ່ງໂດຍພື້ນຖານແລ້ວເປັນ ເຂດທີ່ເໝາະສົມໃນການຜະລິດກາເຟນັ້ນເອງ.
ເພາະສະນັ້ນ, ມັນຈຶ່ງບໍ່ສະເພາະແຕ່ຄວາມຮ້ອນນັ້ນດອກຈະສົ່ງຜົນ ຕໍ່ການຜະລິດກາເຟ, ການປ່ຽນແປງດິນຟ້າອາກາດຍັງນຳເອົາການແຜ່ ເຊື້ອລາທີ່ສາມາດທຳລາຍພືດພັນທັນຍາຫານປະເພດອື່ນໆ ອີກນຳ, ຕົວຢ່າງໃນປີ 2012 ພາຍຫລັງທີ່ອາກາດຮ້ອນ ແລະຝົນຕົກໜັກທີ່ຜິດທຳ ມະດາຢູ່ອາເມລິກາກາງ ໄດ້ເຮັດໃຫ້ໃບກາເຟຖືກທຳລາຍຍ້ອນເຊື້ອລາ ແລະສັດຕູພືດເຊິ່ງສົ່ງຜົນໃຫ້ແຮງງານກວ່າ 350.000 ຄົນ ໃນຂົງເຂດ ດັ່ງກ່າວຫວ່າງວຽກທັນທີ, ໃນປະເທດໂກລົມບີທີ່ເອີ້ນວ່າ ເປັນຜູ້ຜະລິດ ກາເຟລາຍໃຫຍ່ຂອງໂລກໄດ້ລາຍງານວ່າພົບເຫັນເຊື້ອລາ ທີ່ເປັນອັນ ຕະລາຍຕໍ່ການຜະລິດກາເຟຢູ່ເຂດພູດອຍ ເຊິ່ງແຕ່ກ່ອນມີອາກາດໜາວ ຫລາຍ ເກີນກວ່າທີ່ເຊື້ອລາເຫລົ່ານັ້ນຈະສາມາດຢູ່ໄດ້.
ສະຖາບັນດິນຟ້າອາກາດຂອງອົດສຕຣາລີ ບໍ່ແມ່ນເປັນຜູ້ທຳອິດ ທີ່ອອກມາເຕືອນວ່າ ກະເຟຈະສູນຫາຍໄປ ແຕ່ກ່ອນໜ້ານີ້ນັກວິທະຍາສາດ 80 ກວ່າຄົນຢູ່ປະເທດອັງກິດ (Kew Gardens) ໄດ້ກໍຕີພິມບົດຄົ້ນຄວ້າ ທີ່ສະແດງໃຫ້ເຫັນວ່າກາເຟຈະມີທ່າທີສູນຫາຍໄປຈາກໂລກໃນທ້າຍ ສະຕະຫວັດທີ 21 ນີ້ ເນື່ອງຈາກການປ່ຽນແປງດິນຟ້າອາກາດ ແລະ ການກະສິກຳ ທີ່ນຳໃຊ້ປຸ໋ຍເຄມີ ຢ່າງເຂັ້ມຂຸນນັ້ນເອງ.
ເພາະສະນັ້ນ, ສປປລາວ ກໍຖືເອົາກາເຟເປັນໜຶ່ງໃນສິນຄ້າທີ່ສົ່ງອອກ ແລະສາມາດສ້າງລາຍຮັບໄດ້ຫລາຍຈຶ່ງມີຄວາມຈຳເປັນໃນການຄົ້ນຄວ້າ ແລະຊອກຫາມາດຕະການປ້ອງກັນອັນເໝາະສົມແຕ່ຫົວທີເພື່ອຫລີກລ້ຽງ ຜົນເສຍຫາຍທີ່ອາດເກີດຂຶ້ນກັບຜູ້ຜະລິດກາເຟທີ່ມີຂະໜາດນ້ອຍຂອງ ພວກເຮົາ.