ສິງກະໂປຕັ້ງເປົ້າຍົກເລີກການໃຊ້ລົດໃຫຍ່ທີ່ໃຊ້ນ້ຳມັນພາຍໃນປີ 2040
ລັດຖະບານສິງກະໂປ ໄດ້ຕັ້ງເປົ້າໝາຍຍົກເລີກການໃຊ້ລົດໃຫຍ່ທີ່ໃຊ້ນ້ຳມັນແອັດຊັງ ແລະ ກາຊວນ ພາຍໃນປີ 2040 ໂດຍຈະຫັນໄປໃຊ້ລົດໄຟຟ້າ ເຊິ່ງເປັນຄວາມພະຍາຍາມໜຶ່ງໃນການຫລຸດຜ່ອນການປ່ອຍແກັສເຮືອນແກ້ວ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ທ່ານ ເຮັງສະວີກຽດ ລັດຖະມົນຕີກະຊວງການເງິນສິງກະໂປ ກ່າວຄຳປາໄສດ້ານງົບປະມານຂອງປະເທດວ່າ: ລັດຖະບານສິງກະໂປມີເປົ້າໝາຍຢາກໃຫ້ລົດໃຫຍ່ທຸກຊະນິດໃຊ້ພະລັງງານທີ່ສະອາດຫລາຍຂຶ້ນກວ່າເກົ່າ ພາຍໃນປີ 2040 ແລະ ເປັນໜຶ່ງໃນມາດຕະການກະຕຸ້ນການໃຊ້ລົດໄຟຟ້າ ກໍຄືການຄືນເງິນເປັນສ່ວນຫລຸດໃນການລົງທະບຽນ ເພື່ອຊື້ລົດໃຫຍ່ໄຟຟ້າ. ການປະກາດມາດຕະການດັ່ງກ່າວເປັນອີກ 1 ປະເທດ ເຊັ່ນດຽວກັນ ກັບນອກເວ, ອັງກິດ ແລະ ອີກຫລາຍປະເທດໃນການຕັ້ງເປົ້າໝາຍຢ່າງຈະແຈ້ງ ເພື່ອຫລຸດຜ່ອນການໃຊ້ລົດໃຫຍ່ປະເພດນ້ຳມັນ (ໄອຊີອີ) ທີ່ສ້າງມົນລະພິດທາງອາກາດນັບມື້ຮຸນແຮງຂຶ້ນ.










