ລາວຈະກວດກາຄຸນນະພາບອາຫານແລະຢາ ໃຫ້ເຂັ້ມງວດຂຶ້ນ


ໃນກອງປະຊຸມສຳມະນາ ກ່ຽວກັບຜູ້ຜະລິດອາຫານ ແລະ ເຄື່ອງສຳອາງ, ທີ່ຈັດຂຶ້ນໃນວັນທີ 20 ກຸມພາ ນີ້, ຢູ່ ສູນການຄ້າທາດຫລວງ ພລາຊາ ນະຄອນຫລວງວຽງຈັນ, ທ່ານ ສົມທະວີ ຈາງວິສົມບັດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ, ລາວຈະເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາຄຸນນະພາບອາຫານ ແລະ ຢາທີ່ນຳເຂົ້າ, ໂດຍສະເພາະແມ່ນ ອາຫານເສີມ, ພາຍຫລັງເຫັນວ່າມີການນຳເຂົ້າມາຈຳໜ່າຍແບບບໍ່ຖືກຕ້ອງ ແລະ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ, ສ່ວນຫລາຍແມ່ນແມ່ຄ້າຈະ ນຳເຂົ້າໂດຍບໍ່ຜ່ານ ກົມກວດກາອາຫານ ແລະ ຢາ ແລ້ວມາຈຳໜ່າຍຜ່ານສື່ອອນລາຍ ເກີດເປັນປະກົດການຫຍໍ້ທໍ້ໃນປັດຈຸບັນ ແລະ ໃນຜ່ານມາ, ພວກເຮົາໄດ້ເອົາໃຈໃສ່ໃນການສະກັດກັ້ນກວດກາ ອາຫານ ແລະ ຢາຢ່າງຕໍ່ເນື່ອງ, ແຕ່ກໍຍັງມີຜູ້ສວຍໂອກາດຈຳໜ່າຍຢາ ແລະ ອາຫານເສີມບໍ່ມີຄຸນນະພາບ, ເປັນການຕົວະຍົວະຫລອກລວງສັງຄົມຫລົງເຊື່ອ, ເກີດຜົນກະທົບຕໍ່ສຸຂະພາບຄື: ໃນປີຜ່ານມາ ຢູ່ ນະຄອນຫລວງວຽງຈັນ ໄດ້ລົງກວດຜູ້ປະກອບການອາຫານ ແລະ ຢາ ຢູ່ ນະຄອນຫລວງວຽງຈັນ ໄດ້ພົບເຫັນ ບໍ່ມີທະບຽນ ອຢ ຫລາຍກ່ວາ 127 ແຫ່ງ, ໃນນີ້ ໄດ້ປັບໃໝ ແລະ ຕັກເຕືອນຕໍ່ການກະທຳຜິດດັ່ງກ່າວ ແລະ ເມື່ອບໍ່ດົມານີ້, ກົມອາຫານ ແລະ ຢາ ຍັງໄດ້ອອກແຈ້ງການໃຫ້ລະວັງ ການຊື້ຜະລິດຕະພັນອາຫານເສີມທີ່ບໍ່ປອດໄພ, ບໍ່ລະບຸມາດຕະຖານ ແລະ ມີບັນຈຸສານຕ້ອງຫ້າມ 133 ລາຍການ, ທີ່ອົງການອາຫານໂລກ ແລະ ຢາ ປະເທດໄທ ໄດ້ປະກາດຫ້າມນຳໃຊ້ຄື: ໝວດຜະລິດຕະພັນອາຫານເສີມອວດອ້າງສັບພະຄຸນ ຫລຸດນ້ຳໜັກ ຈຳນວນ 86 ລາຍການ, ໝວດຜະລິດຕະພັນອາຫານເສີມ ອວດອ້າງສັບພະຄຸນ ເສີມສະມັດຕະພາບທາງເພດ ແລະ ເສີມໜ້າເອີກ 21 ລາຍການ, ໝວດຜະລິດຕະພັນອາຫານເສີມ ອວດອ້າງສັບພະຄຸນ ເຮັດໃຫ້ຜິວຂາວນຽນ ຈຳນວນ 26 ລາຍການ, ຕໍ່ສະພາບດັ່ງກ່າວ, ທາງການ ອຢ ຈະໄດ້ເພີ່ມທະວີການກວດກາ ແລະ ຄຸ້ມຄອງອາຫານ ແລະ ຢາໃຫ້ມີປະສິດທິພາບກ່ວາເກົ່າ.