ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ການພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີຂຶ້ນໃນໂອກາດ ສະຫາຍ ຟ້າມ ບິ່ງ ມິງ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ໃນລະຫວ່າງວັນທີ 19-21 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ.
ການພົບສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຢ່າງເປັນປົກກະຕິ, ມີການຮ່ວມມືຂອງບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ, ພິເສດແມ່ນກະຊວງການຕ່າງປະເທດທັງສອງ ຊຶ່ງຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ກໍຄືການຊີ້ນຳຂອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃນໂອກາດກອງປະຊຸມ ຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານລາວ ແລະ ສສ ຫວຽດນາມ ທີ່ຮ່າໂນ້ຍ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ພິເສດໃນປີ 2020 ນີ້, ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຈະໄດ້ຮ່ວມກັນສ້າງກິດຈະກຳ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງສອງປະເທດ.
ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ; ມີການປຶກສາຫາລືໃນການກະກຽມ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຕ່າງໆ ແລະ ການຮ່ວມມືໃນການປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກໂຄໂຣນາສາຍພັນໃໝ່ (COVID-19) ທີ່ກຳລັງແຜ່ລະບາດຢູ່ຫຼາຍປະເທດໃນໂລກ.
ໃນເດືອນມີນາທີ່ຈະມາເຖິງນີ້ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຄັ້ງທີ 3; ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9; ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ຊຶ່ງລັດຖະບານລາວ ມີຄວາມຍິນດີທີ່ຈະໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຊຶ່ງຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ ສປປ ລາວ.










