ອັງກິດເລັ່ງອອກກົດໃໝ່ບໍ່ໃຫ້ວີຊາແຮງງານໄຮ້ຝີມືຫວັງຫລຸດຈຳນວນຜູ້ອົບພະຍົບເຂົ້າປະເທດ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອັງກິດກຳລັງພິຈາລະນາລະບົບອອກວີຊາໃໝ່ ໂດຍຈະອອກວີຊາໃຫ້ແຮງງານຕ່າງປະເທດທີ່ມີຄຸນສົມບັດຖືກຕ້ອງຕາມເກນເທົ່ານັ້ນ ເຊິ່ງເກນດັ່ງກ່າວໄດ້ແກ່ ແຮງງານຕ່າງປະເທດຕ້ອງເວົ້າພາສາອັງກິດໄດ້ ແລະ ໄດ້ຮັບການສະເໜີໃຫ້ເຮັດວຽກທີ່ຕ້ອງໃຊ້ທັກສະຕໍ່ຜູ້ສະໜັບສະໜູນທີ່ທາງການອັງກິດຮັບຮອງ.
ພາຍໃຕ້ລະບົບໃໝ່ນີ້ ແຮງງານໄຮ້ຝີມືຈະບໍ່ໄດ້ຮັບການອະນຸມັດວີຊາ ເຊິ່ງລວມທັງແຮງງານຈາກເອີຣົບ ເມື່ອອັງກິດສິ້ນສຸດໄລຍະເວລາປ່ຽນຜ່ານ 11 ເດືອນໃນທ້າຍປີນີ້ ຫລັງການຖອນຕົວອອກຈາກສະຫະພາບເອີຣົບ (Brexit) ໂດຍລັດຖະບານອັງກິດຈະພິຈາລະນາຄຳຂໍວີຊາຂອງຊາວເອີຣົບຄືກັບຄຳຂໍຂອງຜູ້ສະໝັກປະເທດອື່ນໆນອກເອີຣົບ.
ລັດຖະບານອັງກິດເປີດເຜີຍວ່າ: ລະບົບອອກວີຊາໃໝ່ດັ່ງກ່າວມີຂຶ້ນເພື່ອຫລຸດຈຳນວນຜູ້ອົບພະຍົບເຂົ້າປະເທດ, ພ້ອມກະຕຸ້ນໃຫ້ນາຍຈ້າງຊາວອັງກິດຫັນມາພັດທະນາເຕັກໂນໂລຊີອັດຕະໂນມັດ ແທນການອາໄສແຮງງານລາຄາຖືກຈາກປະເທດເຂດເອີຣົບ ແລະ ອື່ນໆ.
ສ່ວນພັກແຮງງານ ເຊິ່ງເປັນພັກຝ່າຍຄ້ານ ໄດ້ອອກມາຄັດຄ້ານລະບົບດັ່ງກ່າວ ໂດຍລະບຸວ່າ: ລະບົບໃໝ່ນີ້ຈະເຮັດໃຫ້ອັງກິດດຶງດູດແຮງງານໄດ້ຍາກຂຶ້ນ.










