ນຳໃຊ້ລາງວັນສາກົນເປັນກຳລັງໃຈປັບປຸງການທ່ອງ ທ່ຽວລາວ
ໜັງສືພິມວຽງຈັນທາມ ສະບັບວັນທີ 20 ເດືອນກຸມພາ ເດືອນນີ້ໄດ້ງະຮິມສົບໃຫ້ ຈານແຫຍ່ ປ່ອຍສຽງດ້ວຍຄວາມດີໃຈອອກມາວ່າ: “ເຫັນບໍລະ ? ມັນຊິໂປ້ບັດຫລ້າ ໝາກແຕງຄ້າງໜ່ວຍປາຍ !” ຄິດວ່າໃຜໄດ້ອ່ານບົດໃນໜັງສືພິມສະບັບນັ້ນກໍຄົງຈະມີຄວາມຮູ້ສຶກເຊັ່ນດຽວກັນ ເພາະໃນໄລຍະຜ່ານມາ ເມື່ອເວົ້າເຖິງບັນຫາການທ່ອງທ່ຽວແລ້ວ ຫລາຍຄົນກໍຍັງມີຄວາມກັງວົນສົນໃຈກ່ຽວກັບຫລາຍໆບັນຫາທີ່ຍັງເປັນອຸປະສັກ ເຮັດໃຫ້ອຸດສາຫະກຳ “ສົ່ງອອກກັບທີ່” (ຄວາມໝາຍຂອງອຸດສາຫະກຳທ່ອງທ່ຽວ) ບໍ່ເບັ່ງບານເທົ່າທີ່ຄວນຈະເປັນໄປ.
ໜັງສືພິມວຽງຈັນທາມ ສະບັບທີ່ກ່າວມາຂ້າງເທິງນັ້ນ ໄດ້ບອກຂ່າວດີວ່າ: ແວນເດີລັດ (Wanderlust) ວາລະສານການທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອັງກິດ ໄດ້ຈັດປະເທດລາວພວກເຮົາເປັນແຫລ່ງທ່ອງທ່ຽວຍອດນິຍົມອັນດັບທີ 3 ຂອງໂລກ ຮອງຈາກປະເທດມານີບີ ແລະ ເປຣູ (ຜ່ານມາ ຈານແຫຍ່ ໂຊກດີໄດ້ໄປເຫັນ 2 ປະເທດນີ້ມາແລ້ວ) ໂດຍຜ່ານການເກັບກຳຄະແນນສຽງຈາກຊາວອັງກິດຫລາຍກວ່າ 500 ຄົນ. ນີ້ເປັນເທື່ອທີສອງທີ່ວາລະລືຊື່ສະບັບນີ້ໄດ້ມອບລະດັບອັນຊົງກຽດໃຫ້ປະເທດຂອງພວກເຮົາ. ຂ່າວບອກວ່າ: ທາງວາລະສານໄດ້ມອບລາງວັນຢັ້ງຢືນອັນດັບດັ່ງກ່າວ ໂດຍແມ່ນທ່ານທູດໃຫຍ່ ພົງສະຫວັນ ສີສຸລາດ ປະຈຳປະເທດອັງກິດ ເປັນຜູ້ຮັບ. ສ່ວນທ່ານ ສູນ ມະນິວົງ ຫົວໜ້າກົມການຕະຫລາດທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ມີຄຳເຫັນກ່ຽວກັບເລື່ອງນີ້ ໃນວັນທີ 19 ເດືອນນີ້ວ່າ: ລາງວັນຢັ້ງຢືນຂອງວາລະສານ Wanderlust ຈະຊ່ວຍໃຫ້ມີຜູ້ສົນໃຈຢາກຮູ້ຢາກເຫັນປະເທດລາວຫລາຍຂຶ້ນ.
ເລື່ອງນີ້ເວົ້າອີກຖືກອີກ, ຖ້າພວກເຮົາບໍ່ເກັ່ງແທ້ ບໍ່ດີແທ້ ເຫດໃດວາລະສານທີ່ໂດ່ງດັງລະດັບໂລກຈຶ່ງໃຫ້ຄະແນນສູງເກືອບຈຸເມກຄືແນວນີ້ ?
ໃນຊຸມປີຫລັງໆມານີ້ ປະເທດລາວພວກເຮົາໄດ້ຮັບຫລາຍລາງວັນຂັ້ນສູງດ້ານການທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໂດຍພູດໃຫຍ່ໆນັ້ນຕົກເປັນຂອງນະຄອນຫລວງພະບາງ, ຫລຸດລັ່ນລົງມາກໍແມ່ນວັງວຽງ, ຈຳປາສັກ, ເຂດທ່ອງທ່ຽວອະນຸລັກປ່າທຳມະຊາດນ້ຳກັດ, ນ້ຳຫ້າ, ເຂດອະນຸລັກເສືອໂຄ່ງພັນລາວແທ້ ແລະ ອື່ນໆ. ຄະແນນນິຍົມ ແລະ ລາງວັນຈາກວາລະສານ Wanderlust ແມ່ນອີງໃສ່ລະດັບ “ຄວາມພໍໃຈ” ຫລື ຄວາມປະທັບໃຈຂອງນັກທ່ອງທ່ຽວທີ່ໄດ້ມາເຫັນ-ຊົມບ້ານເມືອງຂອງພວກເຮົາດ້ວຍຕາຕົນເອງ.
ແນວໃດກໍດີ, ສຸພາສິດເຕືອນໃຈຂອງລາວເຮົາຫລາຍບົດເຊັ່ນ: “ຫວານເປັນລົມ ຂົມເປັນຢາ” ຫລື “ອົດສົ້ມໄດ້ກິນຫວານ” ນັ້ນ ໄດ້ສອນຄົນລາວເຮົາບໍ່ໃຫ້ເພີດເພີນຈົນລືມໂຕຕໍ່ຄຳຍ້ອງຍໍສັນລະເສີນ. ລາງວັນ ແລະ ຄະແນນນັ້ນມີການຜັນແປໄປຕາມກະແສ, ວັນໜຶ່ງດີມື້ໜ້າອາດປ່ຽນເປັນຮ້າຍ. ລະດັບຄວາມພູມໃຈຂອງ 8.500 ຄົນຜ່ານວາລະສານ Wanderlust ກ່ຽວກັບການທ່ອງທ່ຽວປະເທດພວກເຮົານັ້ນບໍ່ໄດ້ບອກວ່າເປັນຄວາມພູມໃຈຮອບດ້ານ, ມັນອາດເປັນດ້ານໃດດ້ານໜຶ່ງກໍເປັນໄດ້. ໄລຍະການຕີລາຄາເພື່ອໃຫ້ຄະແນນນັ້ນ ກໍເຮັດໃຫ້ຂອບເວລາສະເພາະແຕ່ເດືອນທັນວາ 2018 – ພະຈິກ 2019. ການປະຕິວັດລາວພວກເຮົາໄດ້ຮັບຜົນສຳເລັດຢ່າງສົມບູນ ດ້ວຍຄວາມທະນົງໃຈໃນໄຊຊະນະ ແລະ ດ້ວຍການໝູນໃຊ້ບົດຮຽນຄວາມຜິດພາດທີ່ຂົມຂື່ນ. ການປອງດອງ ແລະ ໂຮມລາວຄັ້ງທີ 3 ໄດ້ຮັບຜົນສຳເລັດກໍຍ້ອນຮູ້ຖອດຖອນບົດຮຽນຈາກຄວາມຜິດພາດໃນການໂຮມລາວ 2 ຄັ້ງກ່ອນໜ້ານັ້ນບໍ່ແມ່ນຫວະ ?.
ດັ່ງນັ້ນ, ຈຶ່ງຢາກຂໍໃຫ້ພວກເຮົານຳໃຊ້ຄະແນນຍ້ອງຍໍ ກໍຄືລາງວັນຍອດຢ້ຽມຂອງສາກົນ ແລະ ພາກພື້ນກ່ຽວກັບການທ່ອງທ່ຽວບ້ານເຮົາທັງໝົດເປັນຢາກຳລັງໃຈໃນການແກ້ໄຂບັນຫາທີ່ກົດໜ່ວງຈັງຫວະການພັດທະນາການທ່ອງທ່ຽວເຊັ່ນ: ລາຄາສິນຄ້າ, ອາຫານການກິນແພງເກີນເຫດ, ການເກັບບໍລິການຊ້ຳຊ້ອນ, ຄວາມປອດໄພຂອງນັກທ່ອງທ່ຽວ, ຄ່າບໍລິການທີ່ຫລຸດໂຕນກັນລະຫວ່າງນັກທ່ອງທ່ຽວພາຍໃນກັບນັກທ່ອງທ່ຽວຕ່າງປະເທດ, ຈັນຍາບັນຂອງຜູ້ນຳທ່ຽວ, ບັນຫາ e-tourism, ອັດທະຍາໄສ-ນ້ຳໃຈຮັບແຂກບ້ານແຂກເມືອງຂອງຄົນລາວພວກເຮົາ ແລະ ພິເສດສຸດໆ ກໍຄືການກະຈາຍລາຍໄດ້ຂອງການທ່ອງທ່ຽວສູ່ຄົນທ້ອງຖິ່ນຢ່າງສົມເຫດສົມຜົນ. ເຮັດໄດ້ສໍ່ານີ້ ບໍ່ມີໃຜຍ້ອງການທ່ອງທ່ຽວລາວກໍເບັ່ງບານໄດ້.