ແຂວງວຽງຈັນປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ
ແຂວງວຽງຈັນ, ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ເຊິ່ງພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ກຸມພານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ວຽງຈັນ ແລະ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາການນຳຂອງ, ແຂວງອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງໃນຂະແຫນງສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.
ໃນພິທີທ່ານ ເຈົ້າແຂວງ ໄດ້ ມີຄຳປາໃສວ່າ: ແຂວງວຽງຈັນປະກອບມີ 11 ເມືອງ, 419 ບ້ານ, ມີພົນລະເມືອງທັງໝົດຫລາຍກວ່າ 461.000 ຄົນ, ເພື່ອບັນລຸເປົ້າໝາຍດັ່ງກ່າວໃນຜ່ານມາຜູ້ບໍລິຫານການສຶກສາທຸກຂັ້ນ ພາຍໃນແຂວງຂອງຕົນໄດ້ພ້ອມກັນເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາວາງອອກ ເຊິ່ງເຫັນວ່າມີຫຼາຍດ້ານ ແລະ ຫຼາຍຄາດໝາຍ ສາມາດບັນລຸ ແລະ ໄດ້ຮັບການພັດທະນາດີຂຶ້ນ, ຮັບປະກັນໃຫ້ຜົນການຮຽນການສອນໄດ້ ສໍາເລັດ ຕາມຄາດໝາຍ ພ້ອມດຽວກັນນີ້ ກໍໄດ້ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາຫຼັງຊັ້ນມັດທະຍົມ ໂດຍເນັ້ນໃສ່ການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອໃຫ້ສາມາດຕອບສະໜອງ ຄວາມຕ້ອງການຂອງສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບບໍລິຫານ ແລະ ການຄຸ້ມຄອງການສຶກສາ ແຕ່ລະຂັ້ນ ແລະ ສົ່ງເສີມໃຫ້ປະຊາຊົນທຸກເພດທຸກໄວຫັນມາໃສ່ ການສຶກສາຮ່ຳຮຽນຫຼາຍຂຶ້ນ.
ປັດຈຸບັນໃນທົ່ວແຂວງມີໂຮງຮຽນທັງໝົດ 724 ແຫ່ງ, ມີນັກຮຽນທັງໝົດ 113.739 ຄົນ, ໃນນັ້ນມີຍິງ 55.085 ຄົນ, ມີຜູ້ບໍລິຫານ ແລະ ຄູອາຈານທັງໝົດ 6.596 ຄົນ ຍິງ 3.553 ຄົນ ສາມາດບັນລຸອັດຕາເຂົ້າຮຽນຂອງເດັກ 3-5 ປີ ໄດ້ 61,3%, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາໄດ້ 99,4%, ຊັ້ນມັດທະຍົມສຶກສາຕອນຕົ້ນ 90,2%, ຊັ້ນມັດທະຍົມສຶກສາຕອນປາຍ 61%. ການສຶກສານອກໂຮງຮຽນແມ່ນການຈັດຕັ້ງການຮຽນ-ການສອນທີ່ມີເນື້ອໃນຫຼັກສູດ ຄືກັນກັບການສຶກສາໃນໂຮງຮຽນ ຕ່າງແຕ່ວິທີການຈັດຕັ້ງການສອນ-ການຮຽນ, ເວລາ, ຮູບການແມ່ນອີງຕາມເງື່ອນໄຂຄວາມສາມາດ ແລະ ຄວາມພ້ອມຂອງຜູ້ຮຽນ, ການຮຽນໜັງສືຕ້ອງຄວບຄູ່ກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ເຊິ່ງປະກອບດ້ວຍການສຶກສານອກໂຮງຮຽນຕາມລະບົບປົກກະຕິ ແລະ ການສຶກສາຕາມອັດທະຍາໄສ.ການສຶກສານອກໂຮງຮຽນເປັນວຽກງານທີ່ມີຄວາມສໍາຄັນພື້ນຖານຕໍ່ກາພັດທະນາເສດຖະກິດ-ສັງຄົມຂອງຊາດ, ເພາະວ່າມັນໄດ້ສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການສຶກສາຢ່າງທົ່ວເຖິງ, ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ, ແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດ, ເດັກນ້ອຍທີ່ມີຄວາມຕ້ອງ ການພິເສດ ແລະ ເດັກຍິງທີ່ຢູ່ໃນເຂດບໍ່ທັນໄດ້ຮັບການສຶກສາ, ເພີ່ມອັດຕາການຮູ້ໜັງສືຂອງຜູ້ໃຫຍ່ ແລະ ທັງເປັນການສ້າງໂອກາດດ້ານການຮຽນຮູ້ ແລະ ທັກສະຊີວິດທີ່ຈໍາເປັນໃຫ້ແກ່ກຸ່ມຄົນ ຫຼື ບຸກຄົນເພື່ອໃຫ້ເຂົາເຈົ້າສາມາດເພິ່ງຕົນເອງ, ກຸ້ມຕົນເອງ ຊ່ວຍໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທຸກຍາກ.
ໃນພິທີຍັງໄດ້ມີການມອບໃບຢັ້ງຢືນການສຳເລັດການສຶກສາມັດທະຍົມຕອນຕົ້ນບຳລຸງໃຫ້ແກ່ແຂວງວຽງຈັນ, ໂດຍ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍຂອງທ່ານຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນໃຫ້ຄູຜູ້ທີ່ສອນດີສອນເກັ່ງ, ອີກດ້ວຍ ແລະ ພ້ອມນີ້ ທ່ານ ລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດດັ່ງກ່າວທີ່ແຂວງວຽງຈັນຍາດມາໄດ້ ແລະ ເນັ້ນ ໃຫ້ແຂວງຂອງຕົນວຽງຈັນ ສືບຕໍ່ພັດທະນາວຽກງານການສຶກສາພາຍໃນແຂວງໃຫ້ກ້າວໜ້າຂຶ້ນເລຶ້ອຍໆ ແລະ ໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາຈຳນວນໜື່ງໃຫ້ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນອີກດ້ວຍ./.










