ເສັ້ນທາງຮ່ອມໃນເມືອງວັງວຽງຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ
ອົງການປົກຄອງແຂວງວຽງຈັນ ຈະນຳໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ເພື່ອປັບປຸງບັນດາເສັ້ນທາງຮ່ອມພາຍໃນເມືອງວັງວຽງໃຫ້ດີຂຶ້ນກວ່າເກົ່າ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ໃຫ້ຫລາຍຂຶ້ນ, ພາຍຫລັງເຫັນວ່າໃນປັດຈຸບັນຫລາຍເສັ້ນທາງໃນເທສະບານເມືອງວັງວຽງ ໄດ້ຊຸດໂຊມລົງຫລາຍ.
ນີ້ແມ່ນຄຳຢືນຢັນຂອງ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ເຊິ່ງງົບປະມານດັ່ງກ່າວສ່ວນໜຶ່ງເປັນເງິນກູ້ຢືມມາຈາກຕ່າງ ປະເທດໃນອັດຕາດອກເບ້ຍຕ່ຳ, ເພື່ອມາປັບປຸງພື້ນຖານໂຄງລ່າງ ແຂວງວຽງຈັນໂດຍສະເພາະພາຍໃນເມືອງວັງວຽງໃຫ້ດີຂຶ້ນ.
ປັດຈຸບັນຂະແຫນງການທີ່ກ່ຽວຂ້ອງຂອງແຂວງພວມສໍາຫລວດບັນດາເສັ້ນ ທາງທີ່ຈະຕ້ອງປັບປຸງໃໝ່ດັ່ງກ່າວຄາດວ່າຈະໄດ້ຮັບການລົງມືຈັດຕັ້ງປະຕິບັດພາຍໃນປີນີ້ ແລະ ຈະໃຫ້ສໍາເລັດ ໃນປີ 2023.
ທ່ານເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງແລ້ວ, ອົງການປົກຄອງແຂວງວຽງຈັນ ຍັງມີແຜນທີ່ຈະເພີ່ມກິດຈະກໍາການ ທ່ອງທ່ຽວເມືອງວັງວຽງໃຫ້ຫລາຍຂຶ້ນກວ່າເກົ່າ ເນື່ອງຈາກວ່າປັດຈຸບັນນີ້ ມີນັກລົງທຶນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງກະຕ່າລອຍຟ້າເພື່ອຊົມທິວທັດຂອງເມືອງວັງວຽງທີ່ຄ້າຍຄືການບໍລິການຢູ່ຕ່າງປະເທດ ແລະ ກິດຈະກໍາອື່ນໆອີກ./.










