COVID-19 ຍັງລະບາດໜັກເຮັດໃຫ້ ບານເຕະ ເຊເລອາອີຕາລີ ປະກາດເລື່ອນການເເຂ່ງຂັນແບບບໍ່ມີກຳໜົດ
February 24, 2020 - 2:48 PM


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ໃນຂະນະນີ້ລັດຖະບານອີຕາລີ ປະກາດເຫດສຸກເສີນຕ້ອງເລື່ອນການແຂ່ງຂັນບານເຕະ ເຊເລອາອີຕາລີແບບບໍ່ມີກຳໜົດ ຫຼັງຈາກພົບຜູ້ປ່ວຍ COVID-19 ເສຍຊີວິດ 2 ຄົນ
ການແຂ່ງຂັນບານເຕະໃນເຊເລອາອີຕາລີ ບານເຕະລີກຊັ້ນນຳຂອງທະວີບເອີຣົບ ຖືກປະກາດຍົກເລີກເເລະເລື່ອນການແຂ່ງຂັນອອກໄປແບບບໍ່ມີກຳໜົດ ເນື່ອງຈາກວ່າມີການລະບາດຂອງ COVID-19 ໃນປະເທດອີຕາລີ
ຫຼັງຈາກທີ່ ນາຍົກລັດຖະມົນຕີອີຕາລີ ແລະ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ຕັດສິນໃຫ້ຢຸດຕິການແຂ່ງຂັນກີລາພາຍໃນປະເທດ, ແຕ່ຢ່າງໃດກໍຕາມໃນຂະນະນີ້ ຍັງບໍ່ພົບການກຳໜົດການແຂ່ງຂັນວ່າຈະເກີດຂື້ນອີກເມື່ອໃດ ໂດຍສະຖານະການໃນປະເທດອີຕາລີມີຜູ້ເສຍຊີວິດຍ້ອນໄວຣັສ COVID-19 ໄປແລ້ວ 2 ຄົນ

