ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ

ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ - 658 1 - ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ
ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ - kitchen vibe - ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ

    ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈໍາປີ 2020 ໄດ້ຖືກຈັດຂຶ້ນໃນວັນທີ 24 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ,  ເພື່ອພິຈາລະນາ ແລະ ຮັບຮອງເອົາບາງວຽກງານສຳຄັນຕົ້ນຕໍ ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ທັງເປັນປະທານ ຄຄຊ, ແລະ ໂດຍມີບັນດາກໍາມະການໃນ ຄຄຊ ເຂົ້າຮ່ວມນຳດ້ວຍ.

ກອງປະຊຸມ ຍັງໄດ້ຮັບຟັງຄວາມຄືບໜ້າຂອງຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມ ຄຄຊ ຄັ້ງທີ IV ປີ 2019 ຜ່ານມາ, ຊຶ່ງໄດ້ປະກອບສ່ວນເຂົ້າໃນ ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ຮ່ວມກັບພາກສ່ວນກ່ຽວຂ້ອງ; ສຳເລັດການຄົ້ນຄວ້າເອກະສານ ສະເໜີຂໍອອກຈຳໜ່າຍຫຸ້ນຂອງບໍລິສັດເປົ້າໝາຍ 1 ແຫ່ງ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ.

ພ້ອມນີ້, ກອງປະຊຸມ ຍັງມີການພິຈາລະນາການສະເໜີຂໍອອກຈຳໜ່າຍຫຸ້ນຂອງບໍລິສັດ; ຂໍ້ຕົກລົງວ່າດ້ວຍການເອົາຫຸ້ນ ເປັນຫຼັກຊັບອ້າງອີງໃນການອອກໃບຢັ້ງຢືນສິດ DR (ສ້າງໃໝ່); ບົດສະຫຼຸບວຽກງານການເຄື່ອນໄຫວຂອງ ຄຄຊ ແລະ ຂອງຕະຫຼາດຫຼັກຊັບລາວ ປະຈຳ ປີ 2019 ແລະ ແຜນການເຄື່ອນໄຫວ ປະຈໍາປີ 2020.

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຮຽກຮ້ອງໃຫ້ຜູ້ເຮັດວຽກງານດັ່ງກ່າວນີ້ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະ ສຸມທຸກສະຕິປັນຍາຂອງຕົນເຂົ້າໃນການຈັດຕັ້ງປະຕິບັດວຽກງານສໍາຄັນຕົ້ນຕໍ ກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດໃນການພັດທະນາຕະຫຼາດທຶນໃຫ້ມີປະສິດທິພາບບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ.

ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ - 5 - ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ
ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ - 3 - ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ
ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ - 4 - ຄຄຊ ຮັບຮອງບາງວຽກງານຕົ້ນຕໍໃນການພັດທະນາຕະ​ຫຼາດທຶນໃຫ້ມີປະສິດທິພາບ