ຈອດລົດທັບເສັ້ນທາງມ້າລາຍ

Kham Phut

ຈະລາຈອນ

ອີງຕາມດຳລັດວ່າດ້ວຍການປັບໃໝ ແລະມາດຕະກການຕ່າງໆຕໍ່ຜູ້ລະເມີດລະບຽບກົດຈະລາຈອນທາງບົກການຂົນສົ່ງທາງບົກ ແລະການປົກປັກຮັກສາທາງຫລວງເລກທີ 188/ນຍ ມາດຕາ 15 ວ່າດ້ວຍການຢຸດທັບເສັ້ນມ້າລາຍ ຖ້າຜູ້ລະເມີດຈະຈະຖືກປັບໃໝດັ່ງນີ້:

  1. ລົດຖີບ, ລົດສາມລໍ້ 10.000 ກີບ/ຄັ້ງ
  2. ລົດຈັກ 20.000 ກີບ
  3. ລົດຈຳໂບ້ 40.000 ກີບ
  4. ລົດສີ່ລໍ້ທຸກປະເພດ 50.000 ກີບ
  5. ລົດຫົກລໍ້ 60.000 ກີບ
  6. ລົດບັນທຸກ 10 ລໍ້ຂຶ້ນໄປ 100.000  ກີບ