ທະນາຄານລາວ-ຫວຽດຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 64 ປີ ແລະ ຂໍ່ານັບຮັບຕ້ອນວັນແມ່ຍິງສາກົນຄົບຮອບ 110 ປີ ຂຶ້ນວັນທີ 21 ກຸມພານີ້ ຮ່ວມກັບສູນເລືອດ, ອົງການກາແດງລາວ ຂຶ້ນຢູ່ສໍຳນັກງານໃຫຍ່, ນະຄອນຫຼວງວຽງຈັນ ໂດຍຄະນະອຳນວຍການ, ບັນສະມາຊິກກຳມະບານ, ແມ່ຍິງ, ຊາວໜຸ່ມ ແລະ ພະນັກງານ LaoVietBank ຢູ່ໜ່ວຍບໍລິການຢູ່ນະຄອນຫຼວງວຽງຈັນເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ກິດຈະກຳດັ່ງກ່າວນອກຈາກເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນດັ່ງກ່າວແລ້ວຍັງເປັນກິດຈະກຳທີ່ສະແດງອອກເຖິງຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງບັນດາພະນັກງານທີ່ຍາມໃດກໍ່ໄດ້ໃຫ້ຄວາມສຳຄັນກັບການຊ່ວຍເຫຼືອສັງຄົມຄຽງຄູ່ກັບການສະໜອງບໍລິການທາງດ້ານການເງິນການທະນາຄານອອກສູ່ສັງຄົມຢ່າງເປັນປະຈໍາບໍ່ວ່າຈະເປັນການເຊື່ອເຫຼືອຜູ້ທຸກຍາກຂາດເຂີນ ແລະ ນ້ອງນັກຮຽນຫຍຸ້ງຍາກທີ່ຂາດເຂີນອີກດ້ວຍ.