ຈີນ-ອາຊີໃຕ້ ແຫລ່ງລວມຝຸ່ນ PM2.5 ໂລກ
ລາຍງານຄຸນນະພາບອາກາດໂລກປີ 2019 ລະບຸວ່າ: ເກືອບ 90% ຂອງ 200 ເມືອງທີ່ຖືກຈັດວ່າມີຝຸ່ນພິດ PM2.5 ທີ່ເປັນອັນຕະລາຍໃນລະດັບສູງທີ່ສຸດໃນໂລກຢູ່ຈີນ ແລະ ອິນເດຍ ທີ່ເຫລືອຢູ່ປາກິດສະຖານ ແລະ ອິນໂດເນເຊຍ.
ຝຸ່ນ PM2.5 ມີຂະໜາດ 2,5 ໄມຄຣອນ ຫລື ປະມານ 1 ສ່ວນ 30 ຂອງຄວາມກວ້າງເສັ້ນຜົມ, ເປັນມົນລະພິດທາງອາກາດທີ່ອັນຕະລາຍຫລາຍທີ່ສຸດ ເພາະນ້ອຍຈົນສາມາດຜ່ານເນື້ອເຫຍື່ອປອດເຂົ້າໄປໃສກະແສເລືອດ ເຮັດໃຫ້ເປັນຫອບຫືດ, ມະເຮັງປອດ ແລະ ພະຍາດຫົວໃຈ. ລາຍງານທີ່ຮ່ວມເຜີຍແຜ່ໂດຍໄອຄິວແອຣ໌ກຣຸບ ແລະ ກຣີນພີຊອ້າງອີງຂໍ້ມູນເມືອງຕ່າງໆເກືອບ 5.000 ແຫ່ງທົ່ວໂລກລະບຸວ່າ: ຖ້າຄິດໄລ່ຕາມຈຳນວນປະຊາກອນ ປະເທດທີ່ມີຝຸ່ນ PM2.5 ຮຸນແຮງທີ່ສຸດໃນໂລກຄືບັງກະລາເທດ, ຖັດມາແມ່ນປາກິດສະຖານ, ມົງໂກລີ, ອັບການິດສະຖານ ແລະ ອິນເດຍ. ຂະນະທີ່ຈີນຢູ່ອັນດັບທີ 11. ຖ້າເບິ່ງສະເພາະເມືອງທີ່ມີປະຊາກອນ 10 ລ້ານຄົນຂຶ້ນໄປ ນະຄອນຫລວງນິວເດລີຂອງອິນເດຍມີ PM2.5 ຫລາຍທີ່ສຸດ, ຖັດມາແມ່ນເມືອງລາຮໍຂອງປາກິດສະຖານ, ນະຄອນຫລວງທາກາຂອງບັງກະລາເທດ, ເມືອງໂກລກາຕາຂອງອິນເດຍ, ເມືອງຫລິນອີ້ ແລະ ເທສະບານນະຄອນທຽນຈິນຂອງຈີນ, ນະຄອນຫລວງຈາກາຕາຂອງອິນໂດເນເຊຍ, ເມືອງອູ່ຮັ່ນ, ເມືອງເສິງຕູ ແລະ ນະຄອນຫລວງປັກກິ່ງຂອງຈີນ, ເທົ່າກັບວ່າທຸກມື້ນີ້ປະຊາກອນໂລກ 90% ກຳລັງຫາຍໃຈເອົາອາກາດອັນຕະລາຍເຂົ້າປອດ.
ອົງການອະນາໄມໂລກ ລະບຸວ່າ: ມີຜູ້ເສຍຊີວິດກ່ອນໄວອັນຄວນ ເພາະມົນລະພິດທາງອາກາດ 7 ລ້ານຄົນທົ່ວໂລກ ສ່ວນຫລາຍມີສາເຫດຈາກຝຸ່ນ PM2.5 ເຊິ່ງເກີດຈາກພາຍຸຝຸ່ນ, ກະສິກຳ, ອຸດສາຫະກຳ, ໄຟໄໝ້ປ່າ ແລະ ການຈູດເຊື້ອໄຟຟໍສຊິລ.