ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ

ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ - 685 - ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ
ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ - Untitled design - ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ

ນາງ ໝົກລານ ອາຍຸ 21 ປີ ຢູ່ຄຸ້ມກ່ຽວເຂົາ ເມືອງ ອູຮັ່ນ ໄດ້ເລົ່າເລື່ອງລາວຂັງຕົວເອງຢູ່ໃນເຮືອນຕະຫຼອດໜຶ່ງເດືອນໃຫ້ຜູ້ສື່ຂ່າວໜັງສືພິມ Southern Metropolis Daily ຟັງວ່າ: ພວກທ່ານອາດຈະຄິດວ່າເຮົາເວົ້າເກີນຄວາມຈິງ ແຕ່ທຸກສິ່ງທຸກຢ່າງພວກທ່ານລອງຄິດເບິ່ງດູວ່າ ຖ້າຫາກເປັນເຮືອນຂອງພວກທ່ານຢູ່ຕິດກັບໂຮງໝໍປອດ ແລະ ສູນເລືອດວິທະຍາ ໃນເມືອງ ອູຮັ່ນ ທ່ານຈະຮູ້ສຶກແນວໃດ? ແລະ ຊໍ້າບໍ່ໜຳຍັງຢູ່ກົງກັນຂ້າມກັບໂຮງໝໍ 2 ແຫ່ງຕື່ມອີກ ແລະ ຮ້າຍແຮງໄປກວ່ານັ້ນ ຍັງມີຜູ້ຄົນຕິດເຊື້ອພະຍາດໂຄວິດ-19 ມາປິ່ນປົວເປັນຈຳນວນຫຼວງຫຼາຍຢູ່ໃນໂຮງໝໍໃກ້ກັບເຮືອນຂອງຂ້ອຍ. ຢູ່ອ້ອມຮອບເຕັມໄປດ້ວຍແຕ່ໂຮງໝໍແຫ່ງໃຫ່ຍໆທັງນັ້ນ, ຂ້ອຍມີຄວາມຮູ້ສຶກວ່າເຮືອນຂອງຂ້ອຍ “ເຕັມໄປດ້ວຍໄວຣັສ” ທັງນັ້ນ.

ແກ່ນຖົ່ວດິນທີ່ແກະໄວ້ຍັງບໍ່ທັນກິນ

ຕອນຄໍ່າຂອງວັນທີ 21/1 ມີເພື່ອນຍິງຄົນໜຶ່ງເຮັດວຽກຢູ່ທີ່ໂຮງງານອຸປະກອນການແພດໄດ້ສົ່ງຂໍ້ຄວາມວ່າ: “ການແຜ່ລະບາດຂອງພະຍາດກຳລັງຮ້າຍແຮງທີ່ສຸດ, ຢ່າໄດ້ອອກນອກບ້ານເລີຍ”. ກ່ອນໜ້ານັ້ນ ຂ້ອຍເຄີຍອອກໄປຫຼີ້ນກັບໝູ່ຢູ່ຂ້າງນອກເລື້ອຍໆ ແຕ່ກໍໃສ່ຜ້າອັດປາກ-ດັງ ແລະ ປິດຜິວເປັນປະຈຳ.

ວັນກຸດຍັບເຂົ້າມາໃກ້ທຸກທີ, ມີເວລາຫວ່າງແມ່ຂ້ອຍນັ່ງແກະໝາກຖົ່ວດິນໄວ້ ຮັບແຂກຄົນທີ່ມາຢື້ຢາມໃນຍາມກຸດ. ແຕ່ພໍມາເຖິງວັນທີ 23/1, ເມື່ອ ອູຮັ່ນ ປິດເມືອງ ແມ່ກໍເຊົາແກະໝາກຖົ່ວດິນ, ຈົນມາເຖິງດຽວນີ້ ແກ່ນຖົ່ວດິນທີ່ແກະໄວ້ບໍ່ທັນໄດ້ແຕະຕ້ອງເລີຍ.

ເມື່ອບໍ່ແກະໝາກຖົ່ວດິນອີກແລ້ວ, ແມ່ກໍຈົ່ມພື່ມພໍ່າວ່າ: “ ຕັ້ງແຕ່ເກີດມາແມ່ບໍ່ທັນເຄີຍພົບເຫັນແບບນີ້ຈັກເທື່ອ”. ແມ່ພະຍາຍາມຜັດຖູທຳຄວາມສະອາດເຮືອນຫຼາຍຄັ້ງຕໍ່ວັນດ້ວຍຢາຂ້າເຊື້ອ ຈຶ່ງເຮັດໃຫ້ພື້ນເຮືອນເຫຼື້ອມງາມເປັນເງົາຜິດປົກກະຕິ, ເມື່ອເວລາປຸງແຕ່ງອາຫານການກິນແມ່ກໍມັກຈະເອົານໍ້າສົ້ມສາຍຊູຂາວໃສ່ນຳ ຊຶ່ງມັນສາມາດສະກັດກັ້ນ ໄວຣັສໄດ້.

ສະມາຊິກໃນຄອບຄົວຂ້ອຍທັງໝົດ 4 ຄົນ, ຕັດສິນໃຈບໍ່ຢ່າງຂາອອກຈາກປະຕູເຮືອນໄປຂ້າງນອກ ເພາະໃນຕູ້ເຢັນຍັງມີຊີ້ນແຊ່ໄວ້ ແລະ ມີຊີ້ນແຫ້ງແຮໄວ້ຢ່າງຫຼວງຫຼາຍ, ນອກຈາກນັ້ນເປັນຜັກໝີ່ສີຊອມແມ່ກໍກະກຽມໄວ້ຢ່າງພຽງພໍ ເພື່ອຮັບມືກັບການປິດເມືອງ.

ໃນໄລຍະຕົ້ນ “ຄົນທາງໃນຫ້າມອອກ, ຄົນນອກຫ້າມເຂົ້າ”, ຂີ້ເຫຍື້ອໃນເຮືອນກໍນັບມື້ກອງສູງຂຶ້ນເລື້ອຍໆ. ແມ່ຈຳເປັນຕ້ອງເອົາຂີ້ເຫຍື້ອອອກໄປຖອກໃສ່ຖັງຂີ້ເຫຍື້ອລວມ. ເວົ້າວ່າໄປ ແຕ່ຄວາມຈິງແມ່ຂ້ອຍແລ່ນເອົາ, ການແລ່ນຂອງລາວໄວຫຼາຍເຮັດໃຫ້ຂ້ອຍຈົນງຶດງໍ້.

ແຕ່ລະເທື່ອທີ່ແມ່ຂ້ອຍໄປຖອກຂີ້ເຫຍື້ອກັບມາ, ລາວເວົ້າດ້ວຍຄວາມຢ້ານກົວວ່າ: “ຢູ່ໃນຄຸ້ມເຮົານີ້ມີ 5 ຄົນຕິດເຊື້ອ ໄວຣັສໂຄໂຣນາແລ້ວ. ຮູບຂອງພວກເຂົາກຳລັງຖືກຕິດໄວ້ໃນກະດານຂ່າວ”. ຂ້ອຍມີຄວາມສົງໄສ ຈຶ່ງຖາມໄປຖາມມາວ່າ ແມ່ນຄວາມຈິງຫຼືບໍ່ ແຕ່ແມ່ຢືນຢັນວ່າແມ່ນແທ້ໆ ພ້ອມທັງອອກຄຳສັ່ງໃຫ້ຄົນໃນເຮືອນວ່າ: “ນັບແຕ່ມື້ນີ້ເປັນຕົ້ນໄປ ບໍ່ໃຫ້ໃຜອອກຈາກເຮືອນ ເພາະອອກໄປຂ້າງນອກມີໂອກາດຕິດເຊື້ອໄດ້”.

ຂ້ອຍຄິດໃນໃຈວ່າ ຖ້າຫາກເອົາຮູບຜູ້ຕິດເຊື້ອໄປຕິດປະກາດຢູ່ໃນກະດານຂ່າວແບບນັ້ນ ອາດຈະເປັນການລ່ວງລະເມີດສິດທິຂອງສ່ວນບຸກຄົນ ຄືຈະບໍ່ມີໃຜເຮັດແນວນັ້ນດອກ ແລະ ພໍ່ຂ້ອຍກໍຄິດແບບດຽວກັບຂ້ອຍ. ມື້ຕໍ່ມາ ພໍ່ເປັນຜູ້ເອົາຂີ້ເຫຍື້ອໄປຖອກແທນແມ່. ເມື່ອກັບມາ ພໍ່ຂ້ອຍເວົ້າວ່າ: ຮູບທີ່ຕິດຢູ່ກະດານຂ່າວນັ້ນບໍ່ແມ່ນຜູ້ຕິດເຊື້ອ ແຕ່ຫາກແມ່ນຄະນະກຳມະການ ຕ້ານ ແລະ ສະກັດກັ້ນພະຍາດຂອງຄຸ້ມພວກເຮົາ. ພໍ່ຂ້ອຍເວົ້າໃຫ້ແມ່ຂ້ອຍວ່າ: “ເທື່ອໜ້າເບິ່ງໃຫ້ຄັກໆກ່ອນຈຶ່ງເວົ້າ ຢ່າເວົ້າໄປທົ່ວທີບ”.

ພວກຂ້ອຍພ້ອມກັນຫົວຂຶ້ນ, ນີ້ຄືສຽງຫົວເລາະຂອງຄອບຄົວພວກຂ້ອຍນັບແຕ່ມື້ມີພະຍາດລະບາດເກີດຂຶ້ນ.

ພໍ່ໄດ້ກາຍເປັນຜູ້ວິເຄາະເຫດການ

ພໍ່ເປັນຜູ້ຊາຍຄົນດຽວໃນຄອບຄົວຂອງຂ້ອຍ. ພໍ່ເປັນຜູ້ເຄັ່ງຄັດຕໍ່ທຸກຄົນໃນຄອບຄົວ ແຕ່ຂ້ອຍສັງເກດເຫັນຢູ່ໃນຕົວຂອງເພີ່ນຄືວ່າມີສິ່ງໃດສິ່ງໜຶ່ງທີ່ເພີ່ນມີຄວາມເປັນຫວ່ງ ແລະ ກັງວົນ. ເພີ່ນອອກຈາກເຮືອນໄປຂ້າງນອກເທື່ອຫຼ້າສຸດແມ່ນວັນທີ 24/1. “ໄວຣັສອົບຕົວພາຍໃນ 14 ວັນ” ນີ້ຄືຄຳເວົ້າຕິດສົບຕິດປາກຂອງພໍ່ໃນໄລຍະນີ້.

ໃນເມື່ອພະຍາດໂຄວິດ-19 ລະບາດ, ພໍ່ມັກຈະຈົດກ່າຍຂໍ້ມູນໄວ້ ໂດຍສະເພາະແມ່ນຕົວເລກຜູ້ເສຍຊີວິດໃນແຕ່ລະມື້. ຫຼັງຈາກນັ້ນພໍ່ກໍຈະວິເຄາະທິດທາງການແຜ່ຂະຫຍາຍຂອງມັນ. ເພີ່ນເຮັດແບບນີ້ເປັນປະຈຳໄດ້ 20 ວັນແລ້ວ.

ຕົກມາເຖິງວັນທີ 13/2 ມີຂໍ້ມູນວ່າຢູ່ທີ່ແຂວງ ຫູເປີ່ຍ ມີຜູ້ຕິດເຊື້ອແລ້ວ 15.000 ຄົນ, ສະເພາະຢູ່ເມືອງ ອູຮັ່ນ ມີຜູ້ຕິດເຊື້ອເພີ່ມຂຶ້ນ 1.300 ຄົນ ຈຶ່ງເຮັດໃຫ້ພໍ່ມີຄວາມເປັນຫວ່ງ. ພາຍຫຼັງກິນເຂົ້າສວາຍແລ້ວ ພໍ່ກໍໄປອາບນໍ້າ. ຂ້ອຍບໍ່ເຄີຍເຫັນພໍ່ອາບນໍ້າຕອນສວາຍຈັກເທື່ອ. ຂ້ອຍຖາມພໍ່ວ່າ: “ພໍ່ຢ້ານຫວາ?”, ພໍ່ຕອບວ່າ: “ໃຜຊິບໍ່ຢ້ານ, ພະຍາຍາມໃຫ້ມີຊີວິດຢູ່ລອດ ກັບພະຍາດລະບາດຄັ້ງນີ້ກະພໍແລ້ວ”.

ແມ່ແຕ່ງກິນບໍ່ມີຜັກ

ວັນທີ 8/2 ເປັນມື້ວັນເພັງເດືອນ 1 ຕາມທຳມະດາແຕ່ລະປີຄອບຄົວຈະມີພາເຂົ້າແຊບໆຮ່ວມກັນ, ແຕ່ວັນນີ້ໃນປີນີ້ ຢູ່ໃນເຮືອນບໍ່ມີຜັກຈັກໃບເລີຍ, ພວກເຮົາກໍເລີຍຫັນມາໃຊ້ເຫັດຫອມ, ເຫັດຫູໜູແທນຜັກ ແຕ່ໃນທີ່ສຸດກໍບົກແຫ້ງລົງ.

ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ - Wave100S AD to Website 2020 0 - ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ

ອາຫານການກິນທີ່ສະສົມໄວ້ໃນເຮືອນກໍຄ່ອຍໆບົກແຫ້ງລົງ, ຈາກມື້ໜຶ່ງກິນ 3 ຄາບ ມາເປັນ 2 ຄາບ ປະຄາບເຊົ້າໄປ. ຊີ້ນແຫ້ງທີ່ແມ່ຢ້າງໄວ້ໄດ້ກາຍມາເປັນອາຫານໂປດໃນຄອບຄົວ, ເຖິງແມ່ນວ່າໃນເຮືອນຍັງມີປາເຄັມແຫ້ງແຮໄວ້ຢູ່ ແຕ່ແມ່ບໍ່ທັນໃຫ້ໃຜແຕະຕ້ອງມັນ, ແມ່ບອກວ່າ ເອົາແຮໄວ້ຕໍ່ໄປຂ້າງໜ້າ ຢ້ານວ່າພະຍາດບໍ່ທັນຢຸດເຊົາງ່າຍໆ. ຂ້ອຍອົດບໍ່ໄດ້ກໍເລີຍເວົ້ານຳແມ່ວ່າ: “ລູກເບື່ອຊີ້ນແຫ້ງແລ້ວ”.

ຂ້ອຍໄດ້ຕັດສິນໃຈຊື້ຜັກທາງອອນລາຍ, ເຖິງແມ່ນວ່າຂ້ອຍຈະສົ່ງຂໍ້ຄວາມແນວໃດກໍບໍ່ມີໃຜຕອບຮັບເລີຍ.

ແມ່ຂ້ອຍວ່າ: “ບໍ່ໄດ້ກິນຜັກຊີວິດຢູ່ບໍ່ໄດ້ດອກ”, ເວົ້າແລ້ວ ລາວກໍກະກຽມຈະອອກໄປຊອກຊື້ຜັກ ແຕ່ຂ້ອຍຫ້າມບໍ່ໃຫ້ແມ່ໄປ.

ມາເຖິງວັນທີ 18/2 ໃນຄອບຄົວພວກຂ້ອຍຂາດຜັກກິນມາເປັນເວລາ 10 ວັນແລ້ວ. ຂ້ອຍບໍ່ສາມາດທີ່ຈະຢູ່ຕໍ່ໄປໄດ້ອີກ, ແນວໃດຂ້ອຍກໍຕ້ອງຊອກຊື້ຜັກທາງອອນລາຍໃຫ້ໄດ້. ເຖິງແມ່ນວ່າຫຼາຍເທື່ອແລ້ວທີ່ຂ້ອຍບໍ່ສາມາດຊື້ໄດ້ກໍຕາມ ແຕ່ໃນທີ່ສຸດຂ້ອຍກໍສາມາດຊື້ຜັກໄດ້ 12 ກິໂລ, ລວມມີຜັກສະຫຼັດ, ຜັກກາດ, ຜັກກາດຫົວ ລວມທັງໝົດແລ້ວຕົກເປັນເງິນ 77 ຢວນ.

ວັນທີ 21/2 ເມື່ອມີຜັກກິນແລ້ວ, ທັງຄອບຄົວໃຜກໍດີໃຈ. ຄາບສວາຍມື້ນັ້ນແມ່ເຮັດຂົ້ວຜັກສະຫຼັດ ແລະ ຜັກກາດກິນ. ເມື່ອເຂົ້ານັ່ງໃນພາເຂົ້າ ພໍ່ເວົ້າຂຶ້ນວ່າ: “ຈັ່ງແມ່ນກິນຟູມເຟືອຍເນາະ”.

ສຽງຮ້ອງຄາງ ແລະ ລາງຝັນຮ້າຍ

ເລື່ອງກິນເປັນເລື່ອງນ້ອຍ, ຖ້າຫາກຢູ່ໃນເຮືອນດົນໆ ຈິດໃຈຈະເປັນສິ່ງທີ່ກະທົບກະເທືອນຮ້າຍແຮງກວ່າໝູ່. ຫຼາຍຄືນມາແລ້ວທີ່ຂ້ອຍໄດ້ຍິນສຽງຮ້ອງຄາງຂອງຊາຍຄົນໜຶ່ງທີ່ຢູ່ຕໍ່ໜ້າເຮືອນຂອງຂ້ອຍ. ຂ້ອຍຄິດວ່າລາວຄົງຈະເບື່ອໜ່າຍ ແລະ ໝົດຫວັງ.

ໃນຂະນະທີ່ຢູ່ໃນເຮືອນ, ສາຍພົວພັນຂອງຂ້ອຍບໍ່ສະເພາະແຕ່ແມ່ນໂທລະສັບເທົ່ານັ້ນ ແຕ່ຫາກຍັງມີປ່ອງຢ້ຽມອີກດ້ວຍ. ບາງຄັ້ງຄາວຂ້ອຍເບິ່ງອອກປະຕູປ່ອງຢ້ຽມໄປນັບລົດແລ່ນຢູ່ຕາມທ້ອງຖະໜົນ ແລະ ເບິ່ງວ່າຜູ້ຄົນທີ່ຜ່ານໄປມາ ວ່າມີໃຜບໍ່ໃສ່ຜ້າອັດດັງ ອັດປາກຫຼືບໍ່.

ຂ້ອຍເລີ່ມເກີດມີລາງຝັນຮ້າຍເກີດຂຶ້ນ. ໃນລາງຝັນ ຂ້ອຍຝັນວ່າຕົນເອງຕິດເຊື້ອໄວຣັສ ແລະ ໄຂ້ຂຶ້ນສູງ ທັງໄອພ້ອມ. ບໍ່ສະເພາະມີແຕ່ຂ້ອຍ ເພື່ອນຮ່ວມຫ້ອງ ແລະ ແມ່ນແຕ່ນາຍຄູ ກໍເວົ້າວ່າ ເຂົາກໍເກີດລາງຝັນຮ້າຍໃນທຳນອງດຽວກັບຂ້ອຍ.

ສອງສາມມື້ຜ່ານມານີ້, ໄດ້ຍິນຂ່າວວ່າ ໄລຍະອົບຕົວຂອງໄວຣັສໂຄໂຣນາ ອາດຈະແກ່ຍາວຫຼາຍກວ່າ 14 ວັນ ແລະ ຍິ່ງໄປກວ່ານັ້ນມີບາງຄົນຕິດເຊື້ອບໍ່ໄດ້ສະແດງອາການອອກມາ. ຂ້ອຍສົ່ງຂໍ້ຄວາມຫາເພື່ອນວ່າ: “ບໍ່ຮູ້ວ່າມື້ອື່ນຕື່ນເຊົ້າຂຶ້ນມາຕົນເອງຈະມີລາຍຊື່ຢູ່ໃນຈຳນວນຜູ້ຕິດເຊື້ອຫຼືບໍ່”.

ເຖິງຢ່າງໃດກໍດີ ຂ້ອຍມີສະຕິສູງຂຶ້ນກວ່າເກົ່າ, ຄວາມຢ້ານກົວ ແລະ ຄວາມສິ້ນຫວັງໄດ້ຫ່າງຫາຍໄປຕາມການເວລາ.

ຂ້ອຍກຳລັງລໍຄອຍຊີວິດໃໝ່ພາຍຫຼັງພະຍາດໝົດໄປ, ຈະໄດ້ຮ່ວມກິນເຂົ້າເຊົ້າກັບເພື່ອນໆ ແລະ ຖີບລົດຖີບອອກກຳລັງກາຍຢູ່ສວນສາທາລະນະທີ່ໃກ້ເຮືອນ. ຖ້າຫາກພະຍາດລະບາດໝົດໄປໃນໄວໄວນີ້ ຂ້ອຍຈະໄດ້ນຸ່ງເຄື່ອງງາມໆ ແລະ ໃສ່ເກີບຄູ່ໃຈໄປຫຼີ້ນກັບເພື່ອນໆ.

ນອກຈາກຕົນເອງແລ້ວ, ຂ້ອຍກໍຫວັງວ່າ ສະຖານະການພະຍາດລະບາດ ຢູ່ ເມືອງອູຮັ່ນ ຈະໄດ້ຮັບການປົວແປງ ໂດຍສະເພາະແມ່ນຢູ່ໃນສະຖານທີ່ຊຸມຊົນແອອັດເຊັ່ນ: ຕະຫຼາດ, ຮ້ານຊັບພະສິນຄ້າ ແລະ ອື່ນໆ. ຫຼາຍຄົນເວົ້າວ່າ ພະຍາດລະບາດຂຶ້ນໂດຍບັງເອີນແທ້ໆ ແຕ່ຂ້ອຍຄິດວ່າ ພະຍາດເກີດຂຶ້ນມາພ້ອມກັບບັນຫາເລື້ອລັງມາຍາວນານຂອງນະຄອນແຫ່ງນີ້, ເຖິງແມ່ນວ່າມັນຈະເກີດຂຶ້ນໃນໄລຍະນີ້ກໍຕາມ ແຕ່ມັນບໍ່ແມ່ນອຸບັດຕິເຫດແຕ່ຢ່າງໃດ.

ຂ້ອຍດຳລົງຊີວິດຢູ່ໃນເມືອງແຫ່ງນີ້ຫຼາຍກວ່າ 10 ປີແລ້ວ, ຂ້ອຍຫວັງວ່າມັນຈະກັບສູ່ສະພາບເດີມໂດຍໄວ.

ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ - WhatsApp Image 2020 05 27 at 5 - ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ
ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ - WhatsApp Image 2020 05 27 at 5 - ເລື່ອງເລົ່າທີ່ບໍ່ໜ້າເຊື່ອຂອງຄອບຄົວໜຶ່ງຢູ່ເມືອງ ອູຮັ່ນ
error: Alert: ເນື້ອຫາຂ່າວມີລິຂະສິດ !!