ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ

ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 8 5 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ
ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - kitchen vibe - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ

ໃນເກາງເດືອນກຸມພາຜ່ານມານີ້ ບໍລິສັດ ສະຕາໂທລະຄົມ ( Unitel ) ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຜົນງານຂອງສະມາຄົມການສຶກສາພາກເອກະຊົນຄັ້ງທີ່ II ທີ່ ໂຮງແຮມ ດອນຈັນພາເລດໂດຍການເປັນຂອງ  ທ່ານ ບົວລານ ສິລິປັນຍາ – ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ມີໂຮງຮຽນເອກະຊົນໃນຂອບເຂດທົ່ວປະທດ ນັບແຕ່ໂຮງຮຽນລ້ຽງເດັກ-ອານຸບານ ຈົນເຖິງ ວິທະຍາໄລ ຈໍານວນ 500 ກວ່າແຫ່ງ ໃນທົ່ວປະເທດ ເຂົ້າຮ່ວມປະມານ 600 ກວ່າ ຄົນ, ພິເສດແມ່ນ Unitel ເພື່ອຄວາມຕັ້ງໃຈ ແລະ ຊ່ວຍສ້າງລະບົບຄຸ້ມຄອງໂຮງຮຽນດັ່ງກ່າວ ໃນທົ່ວປະເທດໂດຍມີການວາງສະແດງກ່ຽວກັບການບໍລິການ SMAS: ເຊິ່ງແມ່ນລະບົບຄຸ້ມຄອງການເຄື່ອນໄຫວຕ່າງໆຂອງໂຮງຮຽນນັບຕັ້ງແຕ່ການບໍລິຫານ ຈົນເຖີງຄຸ້ມຄອງການຮຽນການສອນໃຫ້ແຕ່ລະໂຮງຮຽນ ລະບົບ SMAS ໄດ້ເປີດນໍາໃຊ້ຢ່າງກ້ວາງຂ້ວາງ ເພື່ອຄຸ້ມຄອງບໍລິຫານວຽກງານຂອງໂຮງຮຽນໃນທົ່ວປະເທດ ແລະ ຊ່ວຍຍົກລະດັບ ແລະ ພັດທະນາຄຸນນະພາບການສຶກສາຂອງລາວໃຫ້ດີຂຶ້ນໃນຍຸກເຕັກໂນໂລຊີ 4.0.

ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 7437739d f70b 46f3 8d45 614dfb8b3f78 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ
  • ຜົນປະໂຫຍດຂອງລະບົບຄຸ້ມຄອງໂຮງຮຽນSMAS:
  • SMASສາມາດຊ່ວຍໃຫ້ ຜູ້ປົກຄອງ ສາມາດຕິດຕາມການຮຽນການສຶກສາໄດ້ຕະຫຼອດເວລາ, ຮັບຂໍ້ມູນຂ່າວສານຈາກໂຮງຮຽນໂດຍຜ່ານ SMS.
  • SMASສາມາດຊ່ວຍໃຫ້ ຄູອາຈານ ຍົກລະດັບວຽກງານ, ຄຸ້ມຄອງຈັດການຕາຕາລາງການຝືກອົບຮົ່ມການສິດສອນ, ຕິດຕາມການຮຽນຂອງນັກຮຽນ ແລະ ຊ່ວຍໃນການແລກປ່ຽນກັບຜູ້ປົກຄອງໄດ້ດີຂຶ້ນ.
  • SMASສາມາດຊ່ວຍໃຫ້ໂຮງຮຽນສາມາດຄຸມຄອງ ແລະ ຈັດການບັນທຶກການສຶກສາ (ຄະແນນ ສອບເສັງ, ຜົນລວມຂອງຄະແນນ, ຜົນການຮຽນ), ການຈັດການຝຶກອົບຮົມ (ກວດກາການເຂົ້າຮຽນ, ການຍ້ອງຍໍ, ການປະຕິບັດວິໄນ, … ). ຈາກນັ້ນ, ດຳເນີນການປະເມີນຜົນ ແລະ ການຈັດອັນດັບດ້ານວິຊາການ, ການປະພຶດຫລືຫົວຂໍ້ການເຮັດບົດເຝິກຫັດແລະສັງລວມບົດລາຍງານເພື່ອສົ່ງໃຫ້ຄະນະນຳ ແລະ ໜ່ວຍງານບໍລິຫານຂັ້ນເທິງ.
  • ພາກສ່ວນຄຸ້ມຄອງການສຶກສາ:ສາມາດສັງລວມການສິດສອນ, ຝືກອົບຮົ່ມແບບຄົບຖ້ວນ ແລະ ຄົບວົງຈອນ, ຕິລາຄາຖືກຕ້ອງຕາມຄຸນນະພາບຂອງການຝືກອົບຮົ່ມ, ຊ່ວຍໃນການຕັດສິນໃຈເພື່ອປັບປຸງລະບົບການສຶກສາ.
  • ບັນດາຄູນໜ້າສົມບັດຂອງະບົບຄຸ້ມຄອງໂຮງຮຽນSMAS:
  • ການຄຸ້ມຄອງບຸກຄະລາກອນ: ຊອບແວຄຸ້ມຄອງບັນທຶກເອກະສານຂອງຂອງຄູອາຈານ, ການແຕ່ງຕັ້ງການສິດສອນ, ການຈັດການແນວຄວາມຄິດ, ຫົວຂໍ້, ປະສົບການ ກໍ່ຄືການຍ້ອງຍໍ ແລະ ການໃສ່ກົດລະບຽບວິໄນ.
  • ຄຸ້ມຄອງແລະຈັດການສອບເສັງ: ຄຸນລັກສະນະນີ້ສາມາດຊ່ວຍໃຫ້ ໂຮງຮຽນຈັດການສອບເສັງເຊັ່ນ: ລົງລາຍຊື່ຜູ້ສະໝັກເຂົ້າຮຽນ, ບັນທຶກລຳດັບນັກຮຽນໃນຫ້ອງສອບເສັງ, ແບ່ງຫ້ອງສອບເສັງ, ແຕ່ງຕັ້ງຄູອາຈານຄວບຄຸມຫ້ອງສອບເສັງ … SMAS ຍັງສາມາດຄຸ້ມຄອງໄດ້ຜົນການສອບເສັງ: ໃຫ້ຄະແນນການສອບເສັງ, ບັນທຶກຄະແນນ, ໂອນລາຍຊື່ຜົນການສອບເສັງເຂົ້າໃນປື້ມຕິດຕາມການຮຽນຂອງນັກຮຽນ, …
  • ການຄຸ້ມຄອງຂໍ້ຄວາມຄວບຄຸມ ແລະ ປື້ມຕິດການຮຽນຂອງນັກຮຽນແບບອີເລັກໂທຣນິກ: ໃຊ້ຂໍ້ຄວາມເພື່ອສົ່ງຄູສອນໂດຍກົງ, ບໍລິຫານແລະແຈ້ງບັນດາເນື້ອໃນຂອງວຽກງານເພື່ອຫຼຸດຜ່ອນຄວາມກົດດັນຂອງການປະຊຸມ, ການເດີນທາງ … ເປັນຂົວຕໍ່ ລະຫວ່າງໂຮງຮຽນແລະຄອບຄົວ, ຊ່ວຍໃຫ້ການເກັບກຳໄດ້ ສະພາບການຮຽນຂອງນັກຮຽນໄດ້ຢ່າງງາຍດາຍກ່ວາ ເພື່ອຕິດຕາມແລະ ພ້ອມກັນຂອງນັກຮຽນ. ຜູ້ປົກຄອງຂອງນັກຮຽນ ສາມາດຄົ້ນຫາຄະແນນການສອລບເສັງ ແລະການເຂົ້າຮຽນຂອງລູກຕົນເອງໄດ້ຢ່າງງາຍດາຍ ແລະ ຊັດເຈັນ.
  • ການຄຸ້ມຄອງຂໍ້ມູນສະຖິຕິໃນຂັ້ນຫ້ອງການສຶກສາ / ພະແນກສຶກສາແລະ ການຝຶກອົບຮົມ: ລວມທັງການຄຸ້ມຄອງບັນດາຂໍ້ມູນໂຮງຮຽນ, ສະຖິຕິແລະການລາຍງານຢ່າງຄົບຖ້ວນ ຕາມການຮຽກຮ້ອງ ຂອງກະຊວງ. ຄຸມຄອງການສອບເສັງ, ຕາຕະລາງການສິດສອນ, ສະຖານະການປ້ອນຂໍ້ມູນ, ຫຼັກສູດການເຂົ້າຂໍ້ມູນ.
  • ການຄຸ້ມຄອງລະບົບ: ລວມມີໜ້າທີ່ປະກາດຂໍ້ມູນໃນຕົ້ນສົກຮຽນໃໝ່, ໂອນຂໍມູນຈາກສົກຮຽນເກົ່າ, ການແບ່ງຂັ້ນຄຸ້ມຄອງຜູ້ໃຊ້, ກຳນົດລະດັບສະຖິຕິ, ການເຂົ້າຄະແນນການຕິດຕາມກວດກາຄະແນນ.
ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 177b9cdc a544 45d4 9af6 63fd6268f627 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ

ນອກຈາກ ລະບົບຄຸ້ມຄອງໂຮງຮຽນແລ້ວ ກໍ່ຍັງມີ ຜະລິດຕະພັນ SMS Brandname ແລະ ຜະລິດຕະພັນ Wifi Marketingທີ່ຕ້ອງການນໍາສະເໜີດັ່ງນີ້໊:

ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - Visit Laos Visit SALANA BOUTIQUE HOTEL - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ
  1. ພະລິດຕະພັນຂໍ້ຄວາມເຄື່ອງຫມາຍການຄ້າ (SMS Brandname):ແມ່ນເຄື່ອງມືສື່ສານແລະໂຄສະນາທີ່ແນໃສ່ລູກຄ້າໂດຍຜ່ານຂໍ້ຄວາມ, ເຊິ່ງເຄື່ອງ ໝາຍການຄ້າ / ຍີ່ຫໍ້ / ຜະລິດຕະພັນຂອງບໍລິສັດຈະປາກົດຢູ່ໃນພາກ ຜູ້ສົ່ງSenderຂອງຂໍ້ຄວາມ, ແທນໃຫ້ບັນດາຕົວເລກຕ່າງໆ ແລະ ບໍ່ມີຕົວຕົນເຊັ່ນ: 1xxx, 02xxx ….
  2. ຄຸນສົມບັດຂອງພະລິດຕະພັນ:
  3. ນຳເອົາຄວາມເປັນມືອາຊີບມາສູ່ເຄື່ອງໝາຍການຄ້າລູກຄ້າ
  4. ການບໍລິຫານຈັດການທີ່ມີປະສິດຕິຜົນ.
  5. ການສື່ສານທີ່ສະຫຼາດແລະ ສະດວກສະບາຍ.
  6. ໂຄສະນາຖືກຕ້ອງຕາມເຄື່ອງໝາຍການຄ້າ ຍຂອງບໍລິສັດ
  7. ເຂົ້າເຖິງລູກຄ້າເປົ້າໝາຍຢ່າງຖືກຕ້ອງ.
  8. ປະຫຍັດເວລາແລະຄ່າໃຊ້ຈ່າຍmarketing.
  9. ງ່າຍຕໍ່ການປັບແລະປ່ຽນຍຸດທະສາດ
  10. ມີຄວາມເຊື່ອຖື ແລະ ປອດໄພສູງ
  11. ສະຖິຕິງ່າຍແລະການວັດແທກທີ່ມີປະສິດຕິຜົນ.
  12. ຜະລິດຕະພັນWifi Marketing: Wifi Marketing ແມ່ນຮູບແບບການໂຄສະນາດິຈິຕອລ, ອົງກອນທຸລະກິດຈະສົ່ງຂໍ້ມູນການໂຄສະນາຂອງຕົນເອງຂຶ້ນໜ້າຈໍໂທລະສັບໂດຍຜ່ານເຄືອຂ່າຍwifiເຊັ່ນ: ການເບີ່ງຮູບພາບ, ການເບີ່ງວີດີໂອ, ການຫຼີ້ນເກມ, ການປ້ອນຂໍ້ມູນສ່ວນຕົວຜູ້ໃຊ້,…

ຄຸນສົມບັດຂອງຜະລິດຕະພັນ:

        ເຊື່ອມຕໍ່ໂດຍກົງກັບຜູ້ໃຊ້ wifi

•        ຊ່ວຍໃຫ້ອົງກອນທຸລະກິດສາມາດຂະຫຍາຍການໂຄສະນາກ້ວາງຂວາງໄດ້ຢ່າງງ່າຍດາຍ

•        ຄຸ້ມຄອງ ແລະ ວິເຄາະຂໍ້ມູນ: ສາມາດກຳນົດທ່າອ່ຽງ,ຄວາມຕ້ອງການຂອງລູກຄ້າ, ສາມາດຄຸ້ມຄອງສະຖິຕິຜູ້ໃຊ້ງານ

•        ຄຸນສົມບັດ Re-Marketing ອື່ນໆອີກ.

ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 3 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ
ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 5 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ
ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ - 4 - ຢູນີເທວຈະຊ່ວຍສ້າງລະບົບຄຸ້ມຄອງການສຶກສາຂອງພາກເອກະຊົນລາວ