ປີນີ້ແຂວງສະຫວັນນະເຂດ ຈະອອກໃບຕາດິນໃຫ້ສຳເລັດ 2 ແສນຕອນ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ປີ 2020 ແຂວງ ຈະອອກໃບຕາດິນຢ່າງຖາວອນໃຫ້ຜູ້ຊົມໃຊ້ໃຫ້ໄດ້ 2 ແສນຕອນ ແລະ ຢືນຢັນວ່າຈະເຮັກໃຫ້ດີ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ຊຸກຍູ້ວຽກງານສຳຫລວດວັດແທກ, ໃຫ້ເປັນລະບົບໂດຍຈັດຕັ້ງຢູ່ 3 ຈຸດໃຫຍ່ຄື: ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຢູ່ເມືອງອາດສະພັງທອງ ແລະ ເມືອງ ສອງຄອນ, ພ້ອມຈະສົ່ງໜ່ວຍງານສຳຫລວດ-ວັດແທກ ລົງປະຈຳຢູ່ເມືອງ ອຸທຸມພອນ, ເມືອງ ພິນ, ສອງຄອນ, ຈຳພອນ, ຊົນບູລີ, ອາດສະພອນ ແລະ ເມືອງ ໄຊພູທອງຕື່ມອີກ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາແຂວງ ສະຫວັນນະເຂດ, ສາມາດອອກໃບຕາດິນສຳເລັດຫລາຍກ່ວາ 197.000 ຕອນ, ເທົ່າກັບ 45,5% ຂອງຈຳນວນສະຖິຕິສຳມະໂນທີ່ດິນຂອງທົ່ວແຂວງ, ເນື່ອງຈາກ ພະນັກງານຈຳນວນໜຶ່ງບໍ່ທັນເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເຮັດຊັກຊ້າ, ບໍ່ສຳເລັດຕາມແຜນການ, ການປະສານງານລະຫວ່າງເມືອງ ແລະ ແຂວງ ຍັງບໍ່ທັນເຮັດໄດ້ດີ, ຊຶ່ງຈະຕ້ອງໄດ້ປັບປຸງແກ້ໄຂ.