ທ່ານ ວິເພັດ ສີຫາຈັກ ຖືກເລືອກຕັ້ງໃຫ້ເປັນປະທານ (ສຕລ)ອີກ 1 ສະໄໝ (ວາລະປີ 2020-2024)
March 2, 2020 - 10:23 AM
ສະຫະພັນບານເຕະແຫ່ງຊາດລາວ, ໄດ້ຈັດກອງປະຊຸມໃຫຍ່ສະໄໝ ວິສາມັນ (ສຕລ) ໂດຍການເຂົ້າຮ່ວມ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ພ້ອມດ້ວຍຄະນະສະຫະພັນບານເຕະແຫ່ງຊາດລາວ ແລະ ຕົວແທນແຕ່ລະແຂວງໃນທົ່ວປະເທດເຂົ້າຮ່ວມ.

ເນື້ອໃນກອງປະຊຸມໄດ້ສະຫຼຸບວຽກງານຕ່າງໆຂອງ ສະຫະພັນບານ ໃນສະໄໝທີ່ຜ່ານມາ (2015-2019) ແລະ ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ ແລະ ຄະນະບໍລິຫານຊຸດໃໝ່ສະໄໝທີ່ 9 ລະຫວ່າງປີ 2020-2024 ໂດຍ

ທ່ານ ວີເພັດ ສີຫາຈັກຣ (ປະທານ ສຕລ ຜູ້ເກົ່າ) ເປັນປະທານຕໍ່ອີກສະໄໝ (2020-2024) ແລະແຕ່ງຕັ້ງ

-ຮອງປະທານ 4 ທ່ານຄື: ທ່ານ ປະສາດໄຊ ພິລາພັນເດຊ, ທ່ານ ຄໍາໄຜ່ ປຣະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ປະສິດ ສຸພາບ

ພ້ອມດ້ວຍ ຄະນະກໍາມະການບໍລິຫານ ສຕລ ອີກ 6 ທ່ານ
