ລາຄາໝາກໂມຕົກຕ່ຳຫລາຍ
ຊາວສວນຜູ້ປູກໝາກໂມຈຳນວນຫຼາຍຈົ່ມວ່າລາຄາໝາກໂມຕົກຕ່ຳຫຼາຍໃນປີນີ້, ຈົນລົ້ນຕະຫລາດ, ຊາວສວນຂາດທຶນ ແລະ ຂໍໃຫ້ພາກລັດເຂົ້າມາຊ່ວຍແກ້ໄຂ ຕົ້ນຕໍແມ່ນຕ້ອງຈຳກັດການລັກລອບນຳເຂົ້າໝາກໂມຈາກປະເທດເພື່ອນບ້ານ, ເຂົ້າມາແກ້ງແຍ້ງດ້ານລາຄາ, ຈົນເຮັດໃຫ້ໝາກໂມລາວບໍ່ສາມາດຂາຍອອກໄດ້
ຜູ້ປູກໝາກໂມ ທ່ານ ໜຶ່ງ ຢູ່ແຂວງວຽງຈັນ ເວົ້າສູ່ນັກຂ່າວໜັງສືພິມລາວພັດທະນາວ່າ: ປີນີ້ລາຄາໝາກໂມຕົກຕ່ຳກວ່າປີກາຍນີ້ຫຼາຍ, ເພາະບໍ່ສາມາດສົ່ງອອກໄປ ສປ ຈີນໄດ້ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ນອກຈາກນີ້ ກໍຖືກແກ້ງແຍ່ງໝາກໂມທີ່ນຳເຂົ້າຈາກປະເທດເພື່ອນບ້ານ, ເຂົ້າມາກົດໜ່ວງລາຄາໝາກໂມພາຍໃນປະເທດລົງຫລາຍເທົ່າຄື: ໝາກໂມທີ່ຖືກສົ່ງເຂົ້າມາຂາຍຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ເຮັດໃຫ້ຜູ້ປູກໝາກໂມຫຼາຍຄົນຖົດຖອຍໃຈ, ປີກາຍນີ້ມີແມ່ຄ້າຄົນກາງໄປຊື້ເຖິງສວນໃນລາຄາ ໜ່ວຍລະ 5.000 ກີບ ສຳລັບໝາກໂມຂະໜາດ 2-3 ກິໂລກຼາມຕໍ່ໝ່ວຍ, ແຕ່ປີນີ້ຜູ້ປູກຕ້ອງໄດ້ແກ່ມາຂາຍເອງໃນລາຄາດຽວກັນ ແລະ ຕ້ອງຮັບພາລະໃນການຂົນສົ່ງ ແລະ ການໃຊ້ຈ່າຍອື່ນໆອີກ.
ຕໍ່ສະພາບນີ້, ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ປຸກລະດົມໃຫ້ຊາວສວນປູກໝາກໂມ, ໄດ້ຫັນໄປປູກພຶດຊະນິດອືື່ນແທນ