ກະຊວງພະລັງງານຮຽກຮ້ອງສັງຄົມໃຫ້ຊົມໃຊ້ໄຟຟ້າຢ່າງປະຢັດ
ເມື່ອບໍ່ດົນມານີ້, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖິງສໍານັກງານ, ອົງການ, ບໍລິສັດ-ຫ້າງຮ້ານ, ໂຮງຈັກ-ໂຮງງານ, ຫົວໜ່ວຍການຜະລິດ-ການບໍລິການ, ໂຄງການຊົນລະປະທານ, ໂຄງການກໍ່ສ້າງຕ່າງໆ ຕະຫລອດຮອດຜູ້ຊົມໃຊ້ໄຟຟ້າທົ່ວໄປໃນສັງຄົມໃຫ້ຊົມໃຊ້ໄຟຟ້າຢ່າງປະຢັດ ເນື່ອງຈາກການຜະລິດໄຟຟ້າຂອງເຂື່ອນຕ່າງໆຈະຫລຸດລົງຫລາຍສົມ
ຄວນ, ຍ້ອນປີນີ້ແມ່ນເກີດສະພາບແຫ້ງແລ້ງໜັກໜ່ວງ, ຊຶ່ງເປັນຜົນກະທົບຈາກຊ່ວງລະດູຝົນປີ 2019 ຜ່ານມາມີຝົນຕົກໜ້ອຍ ແລະ ເຮັດໃຫ້ນໍ້າຢູ່ບັນດາອ່າງເກັບນໍ້າເຂື່ອນຕ່າງໆບົກແຫ້ງຫລາຍອາດບໍ່ສາມາດຜະລິດໄຟຟ້າໄດ້ເປັນປົກກະຕິ. ຈາກສະພາບດັ່ງກ່າວໃນຊ່ວງເວລາ 13:00 ໂມງຫາ 23:00 ໂມງ ຂອງແຕ່ລະວັນນັບແຕ່ເດືອນມີນາໄປຈົນຮອດເດືອນມິຖຸນານີ້ ຈະເກີດມີໄຟຕົກ, ໄຟມອດໃນບາງເຂດ. ສະນັ້ນ ເພື່ອປ້ອງກັນເຫດ ແລະ ແກ້ໄຂສະພາບດັ່ງກ່າວ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງຮຽກຮ້ອງຂໍການຮ່ວມມືກັບທຸກພາກສ່ວນສັງຄົມໃຫ້ເປັນເຈົ້າການປະຢັດ ແລະ ຫລຸດຜ່ອນການຊົມໃຊ້ໄຟຟ້າໃນຊ່ວງໄລຍະດັ່ງກ່າວ ຫລືຫລາຍກວ່ານັ້ນ. ສຳລັບໂຮງຈັກ-ໂຮງງານຂະໜາດໃຫຍ່ຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຂໍໃຫ້ຫລຸດຜ່ອນການໃຊ້ໄຟຟ້າໃນຊ່ວງທີ່ມີຄວາມຕ້ອງການໃຊ້ໄຟຟ້າຫລາຍຄືດັ່ງໄດ້ກໍານົດລົງໃຫ້ໄດ້ຢ່າງໜ້ອຍ 50% ຈາກການນຳໃຊ້ປົກກະຕິ. ສ່ວນຫົວໜ່ວຍການຜະລິດອຸດສາຫະກຳ-ຫັດຖະກຳ, ການບໍລິການ ແລະ ກິດຈະການກໍ່ສ້າງທົ່ວໄປໃນທົ່ວປະເທດ ແມ່ນໃຫ້ຊ່ວຍກັນເປັນເຈົ້າການຄຸ້ມຄອງຕິດຕາມການນໍາໃຊ້ໄຟຟ້າໃຫ້ຢູ່ໃນລະດັບຕໍ່າສຸດ, ພ້ອມທັງໃຫ້ຫລີກເວັ້ນບັນດາກິດຈະກຳ ຫລືການນຳໃຊ້ອຸປະກອນທີ່ກິນໄຟຫລາຍ. ສ່ວນຈັກສູບນ້ຳທີ່ຮັບໃຊ້ຊົນລະປະທານແມ່ນໃຫ້ຫລີກເວັ້ນການດູດນ້ຳ ໃນຊ່ວງທີ່ມີຄວາມຕ້ອງການໃຊ້ໄຟຟ້າຫລາຍ, ພ້ອມນີ້,ການນໍາໃຊ້ເຄື່ອງໄຟຟ້າຂອງປະຊາຊົນ ກໍໃຫ້ມີສະຕິສູງ ຕ້ອງປິດ-ມອດ ຫລື ຖອດປັກສຽບທຸກຄັ້ງເມື່ອສີ້ນສຸດການນໍາໃຊ້. ອັນສໍາຄັນຄວນເລືອກໃຊ້ອຸປະກອນໄຟຟ້າທີ່ປະຢັດພະລັງງານ ແລະ ໃຫ້ເອົາໃຈໃສ່ກວດກາອຸປະກອນໄຟຟ້າຕ່າງໆໃຫ້ຢູ່ໃນສະພາບດີ, ຖ້າເຫັນຜິດປົກກະຕິໃຫ້ຮີບຮ້ອນສ້ອມແປງເພື່ອຫລີກເວັ້ນບັນຫາອັກຄີໄພ, ໄຟຊ໋ອດທີ່ຈະຕາມມາ, ທັງເປັນການປະຢັດພະລັງງານໄຟຟ້າຂອງສັງຄົມໄດ້ເປັນຢ່າງດີ.