ຫົງແດງ ອາດຈະບໍ່ໄດ້ແຊ້ມພຣີເມຍລີກ..? ຫາກລັດຖະບານສັ່ງຍົກເລີກ ເພື່ອປ້ອງກັນການແຜ່ລະບາດ COVID-19
March 2, 2020 - 4:47 PM
ເຈົ້າໜ້າທີ່ ພຣີເມຍລີກ ອັງກິດ ຢືນຢັນວ່າ: ກຽມທີ່ຈະມີການປຶກສາຫາລືເປັນກໍລະນີພິເສດ ສືບເນື່ອງຈາກທີ່ມີຂ່າວວ່າ: ອາດຈະຍົກເລີກການແຂ່ງຂັນລະດູການ 2019-2020 ຫຼັງຈາກເຊື້ອໄວຣັສ ໂຄວິດ-19 ກໍາລັງລະບາດໄປທົ່ວໂລກ

ຕາມການລາຍງານຂອງ ລິເວີພູລ ເອັກໂຄວ່າ: ເປັນຂ່າວຮ້າຍສໍາລັບວົງການກີລາ, ໂດຍສະເພາະແຟນບານຂອງ ລິເວີພູລ ຫຼັງຈາກທີ່ສື່ຊັ້ນນໍາຂອງໂລກຢ່າງ ເລດີ ເມລ ແລະ ເດິ ເທເລກຣາຟ ລາຍງານວ່າ: ລິເວີພູລ ຍັງບໍ່ສາມາດກະລັງຕີການເປັນແຊ້ມ ພຣີເມຍລີກ ອັງກິດ ເພາະອາດມີການປະກາດໃຫ້ລະດູການນີ້ເປັນໂມຄະ ແລະ ຈະບໍ່ມີທີມໃດໄດ້ແຊ້ມ ຫຼື ຕົກຊັ້ນ

ການແຂ່ງຂັນ ພຣີເມຍລີກ ອັງກິດ ປັດຈຸບັນຍັງເຫຼືອອີກ 11 ນັດ ແລະ ລິເວີພູລ ຍັງຢູ່ໃນເສັ້ນທາງສະຫຼອງແຊ້ມລີກຄັ້ງທໍາອິດໃນຮອບ 30 ປີ, ແຕ່ຈາກເຊື້ອໄວຣັສດັ່ງກ່າວ ເຮັດໃຫ້ລັດຖະບານອັງກິດ ກໍາລັງພິຈາລະນາຈະຢຸດການແຂ່ງຂັນກິລາທຸກປະເພດເປັນເວລາ 2 ເດືອນ.
