ເບິ່ງຕື່ມໄຟອຳນາດ 4 ແຍກຖະໜົນລາດສະວົງເສິກ ສະຫວັນນະເຂດ
ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ຂໍໃຫ້ຂະແໜງຮັບຜິດຊອບກວດກາເບິ່ງຕື່ມໄຟອຳນາດ 4 ແຍກຖະໜົນລາດສະວົງເສິກ ເຂດເທສະບານແຂວງ ມັນມີຄວາມສັບສົນຫລາຍ ໂດຍສະເພາະຊົ່ວໂມງເລັ່ງດ່ວນ ເປັນຕົ້ນແມ່ນຈະລ້ຽວຂວາມີຄວາມລຳບາກຫລາຍ ເພາະການກຳນົດຈຸດຈອດລົດຍັງບໍ່ທັນມີການປັບປຸງ ແລະ ອີກບັນຫາໜຶ່ງຢູ່ບໍລິເວນນີ້ມີຮ້ານຂາຍເຄື່ອງໃກ້ກັບແຄມທາງຫລາຍ, ມີລົດມາຈອດສົ່ງເຄື່ອງ, ຊື້ເຄື່ອງຫລາຍ ອັນເປັນການກີດຂວາງການສັນຈອນ. ດັ່ງນັ້ນ ມວນຊົນຈຶ່ງນຳສະເໜີຂຶ້ນມາ ເພື່ອພາກສ່ວນກ່ຽວຂ້ອງໄດ້ປັບປຸງແກ້ໄຂໃຫ້ເໝາະສົມ, ຄວນມີການແຕ້ມເສັ້ນມ້າລາຍ, ຂອບທາງຄືນໃໝ່ໃຫ້ແທດເໝາະກັບເຕັກນິກວິຊາການ, ຕຳຫລວດຈະລາຈອນກໍຕ້ອງໄດ້ຊ່ວຍລະບາຍລົດໃນເວລາເລັ່ງດ່ວນ. ພ້ອມນີ້ກໍຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິປະຕິບັດລະບຽບການຈະລາຈອນໃຫ້ເຂັ້ມງວດກວ່າເກົ່າ, ບໍ່ຄວນເຫັນແກ່ຕົວຫລາຍ ເພື່ອການດຳລົງຊີວິດໃຫ້ມີຄວາມສີວິໄລ.