ໝົດອະນາຄົດເພາະສານກະຕຸ້ນ..! ຊຸນຢາງ ນັກລອຍນ້ຳຈາກຈີນຖືກສັ່ງຫ້າມລົງແຂ່ງຂັນ 8 ປີ
March 3, 2020 - 2:49 PM
ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ນັກລອຍນ້ຳແດນມັງກອນ ຊຸນຢາງ ເຈົ້າຂອງ 2 ຫຼຽນຄຳໂອລິມປິກເກມ 2016 ຕົກເປັນຂ່າວວ່າໃຊ້ສານກະຕຸ້ນ (ສານຕ້ອງຫ້າມ) ແຕ່ວ່າ ຊຸນຢາງ ໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ, ແຕ່ສະຫະພັນລອຍນ້ຳ (FINA) ໄດ້ວິໄຈແລ້ວພົບວ່າ ຊຸນຢາງໄດ້ໃຊ້ສານກະຕຸ້ນແທ້, ຈຶ່ງຖືກລົງໂທດຫ້າມລົງແຂ່ງຂັນເປັນເວລາ 8 ປີ

ສຳຫຼັບ ຊຸນຢາງ ຖືວ່າເປັນນັກກີລາຈາກຈີນຄົນທຳອິດທີ່ສາມາດຄວ້າຫຼຽນຄຳໃນກີລາໂອລິມປິກໄດ້, ຈາກປະເພດ Freestyle 200 ເເມັດ, ຫຼຽນເງິນ Freestyle 400 ແມັດ, ໃນການແຂ່ງຂັນໂອລິມປິກ 2016 ນອກຈາກນີ້ຍັງປະສົບຜົນສຳເລັດອີກຫຼາຍປະເພດທັງລາຍການຊິງແຊ້ມໂລກ ແລະ ເອຊຽນເກມນຳອີກ


