ຈັບແກ້ງລັກລົດອັນຕະລາຍໄດ້ແລ້ວ.
ແຫລ່ງຂ່າວແຂວງ ອັດຕະປື ລາຍງານວ່າ: ໃນວັນທີ
28 ກຸມພາ 2020 ຜ່ານມານີ້
ທີກອງບັນຊາການປກສ ແຂວງໄດ້ມີການນໍາໂຕ ຊາຍໄວລຸ້ນ 4 ຄົນ ແລະ ຍິງ 1 ຄົນ, ຊຶ່ງເປັນຜູ້ຕ້ອງຫາລັກຊັບພົນລະເມືອງ,
ພ້ອມຂອງກາງລົດຈັກ 5 ຄັນ, ມາດຳເນີນການສືບສວນ-ສອບສວນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
. ທ່ານ ພັນໂທ
ວົງລະຄອນ ປະທຸມມະແສງ ຮອງຫ້ອງຕໍາຫຼວດຊີ້ນໍາວຽກງານສືບສວນສອບສວນ. ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຄວາມຈາກປະຊາຊົນ
ຜູ້ເສຍຫາຍວ່າມີກຸ່ມລັກຊັບພົນລະເມືອງ, ເຂົ້າມາອາລະວາດລັກລົດຈັກຂອງປະຊາຊົນເຂດບ້ານ ຝັ່ງແດງ, ເມືອງ ໄຊເສດຖາ ແລະ ບ້ານ
ເຊໃຫຍ່ ເມືອງສາມັກຄີໄຊ ແຂວງ ອັດຕະປື ແລະ ກໍໄດ້ລົງຕິດຕາມ ແລະ
ສາມາດຈັບຕົວພວກໂຈນມືກາວດັ່ງກ່າວໄດ້ 5 ຄົນ ຍິງ 1 ຄົນ, ຜ່ານການສອບສວນພວກເຂົາສາລະພາບວ່າ:
ໄດ້ຕັ້ງແກ້ງລັກຊັບດັ່ງກ່າວແທ້ມີນຳກັນທັງໝົດ 7 ຄົນ
ແລະ ໄດ້ລັກຊັບພົນລະເມືອງມາແລ້ວຫລາຍຄັ້ງ, ສະເພາະ ລົດຈັກ ມີ 15 ຄັນ,
ປັດຈຸບັນທາງເຈົ້າໜ້າທີ່ ສາມາດຍຶດຂອງກາງໄວ້ໄດ້ 5 ຄັນ,
ສ່ວນທີ່ເຫຼືອກຳລັງນຳຕາມຫາເພື່ອເປັນຫລັກຖານທາງຄະດີ.