6 ບ້ານ ເມືອງ ສັງທອງໄດ້ຮັບຄວາມເສຍຫາຍ ຈາກພະຍຸລະດູຮ້ອນ ຂອງແລງວັນທີ 2 ມີນາ 2020.
March 3, 2020 - 7:28 PM
ຫ້ອງວ່າການປົກຄອງເມືອງ ສັງທອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ແລງວານນີ້, ໄດ້ເກີດລົມພະຍຸລະດູຮ້ານ ພັດເຂົ້າເມືອງຂອງຕົນ, ໄດ້ເຮັດໃຫ້ເຮືອນປະຊາຊົນ ຫລາຍກວ່າ 30 ຫລັງ ໃນ 6 ບ້ານ ໄດ້ຮັບຄວາມເສຍຫາຍ ແລະ ມີ 2 ຄົນໄດ້ຮັບບາດເຈັບສາຫັດ, ປັດຈຸບັນອຳນາດການປົກຄອງພວມດຳເນີນການກວດກາປະເມີນຄວາມເສຍຫາຍ, ເພື່ອຫາວິທີຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບ.
ໃນຜ່ານມານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ອອກແຈ້ງການເຕືອນວ່າ: ລະຫວ່າງວັນທີ 2-5 ມີນາ 2020 ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ ແລະ ໝາກເຫັບຕົກຢູ່ໃນຫລາຍເຂດຂອງລາວ ແລະ ໄດ້ເຕືອນໃຫ້ປະຊາຊົນຢູ່ແຕ່ລະເຂດມີສະຕິລະມັດລະວັງ ແລະ ເອົາໃຈໃສ່ຕິດຕາມພະຍາກອນອາກາດ ໃຫ້ເປັນປົກກະຕິເພື່ອສາມາດຮັບມືກັບຜົນກະທົບດັ່ງກ່າວ.


