ສານຊຽງໄຮ້ຕັດສິນລົງໂທດຈຳຄຸກຜູ້ຕ້ອງຫາ ຫລອກຂາຍຜ້າອັດປາກທາງອອນລາຍ
ສານໃນຊຽງໄຮ້ໄດ້ພິພາກສາຈຳຄຸກຜູ້ຕ້ອງຫາຄົນໜຶ່ງ ຫລັງພົບວ່າມີສ່ວນກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ ດ້ວຍການຫລອກຂາຍສິນຄ້າສຳລັບປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ສານປະຊາຊົນເຂດມິນຫັງໃນຊຽງໄຮ້ລະບຸວ່າ: ຈຳເລີຍຖືກຕັດສິນລົງໂທດຈຳຄຸກ 6 ປີເຄິ່ງ ແລະ ປັບໄໝ 50.000 ຢວນ (ເກືອບ 7.200 ໂດລາສະຫະລັດ) ເນື່ອງຈາກມີການຫລອກລວງຜູ້ເສຍຫາຍຄົນໜຶ່ງວ່າມີຜ້າອັດປາກເພື່ອຈຳໜ່າຍ.
ສຳນັກຂ່າວຊິນຮົວລາຍງານວ່າ: ຄະດີນີ້ຖືເປັນຄະດີສໍ້ໂກງອອນລາຍຄະດີທຳອິດທີ່ກ່ຽວກັບອຸປະກອນປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເຊິ່ງຖືກຈັບກຸມໄດ້ໃນຊຽງໄຮ້ ນັບແຕ່ໄວຣັສໂຄວິດ-19 ແຜ່ລະບາດ.
ທັງນີ້ ຊຽງໄຮ້ໄດ້ເພີ່ມມາດຕະການປາບປາມອາຊະຍາກຳທີ່ກ່ຽວຂ້ອງກັບການແຜ່ລະບາດຂອງໄວຣັສໂຄວິດ-19 ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ.