ອີຣານປ່ອຍນັກໂທດ 54.000 ກວ່າຄົນ ຫວັງຫລຸດໂຄວິດ-19 ລະບາດ
ອີຣານປ່ອຍຕົວນັກໂທດທົ່ວປະເທດຫລາຍກວ່າ 54.000 ຄົນ ໃນຄວາມພະຍາຍາມຫລຸດການແຜ່ກະຈາຍຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື “ໂຄວິດ-19” ຕາມຄຸກທີ່ມີນັກໂທດຢູ່ກັນຢ່າງແອອັດ.
ຜົນຈາກການແຜ່ລະບາດຂອງ “ໂຄວິດ-19” ເຮັດໃຫ້ຄົນຢູ່ອີຣານຕິດເຊື້ອຫລາຍກວ່າ 2.336 ຄົນ, ເສຍຊີວິດແລ້ວ 77 ຄົນ ເຮັດໃຫ້ລັດຖະບານອີຣານສັ່ງປ່ອຍຕົວນັກໂທດທົ່ວປະເທດຫລາຍກວ່າ 54.000 ຄົນ ຫວັງຫລຸດການແຜ່ກະຈາຍຂອງໄວຣັສຢູ່ຕາມສະຖານທີ່ກັກຂັງທົ່ວປະເທດ ເຊິ່ງມີນັກໂທດຢູ່ກັນຢ່າງແອອັດ ໂດຍຜູ້ໄດ້ຮັບການປ່ອຍຕົວຄືນັກໂທດທີ່ຖືກຕັດສິນໂທຈຳຄຸກຕໍ່າກວ່າ 5 ປີ.
ໃນຈຳນວນຜູ້ໄດ້ຮັບການປ່ອຍຕົວອາດລວມທັງນາງ ນາຊາມິນ ຊາກຣາຣີ-ແຣດຄລິບ ເຈົ້າໜ້າທີ່ອົງການການກຸສົນຊາວອັງກິດເຊື້ອສາຍອີຣານ ເຊິ່ງຖືກຕັດສິນຈຳຄຸກ 5 ປີ ນັບແຕ່ປີ 2016 ຈາກຂໍ້ຫາເປັນສາຍລັບ ໂດຍຜົວຂອງນາງອ້າງວ່າເມຍຕິດເຊື້ອໂຄວິດ-19 ພາຍໃນຄຸກເອວິນຢູ່ນະຄອນຫລວງເຕຮາຣານ, ແຕ່ເຈົ້າໜ້າທີ່ປະຕິເສດການກວດພິສູດນາງຕິດເຊື້ອແທ້ ຫລື ບໍ່. ເຖິງຢ່າງໃດກໍຕາມ, ສຸຂະພາບນາງຍັງແຂງແຮງດີ.