WHO ວອນຢ່າກັກຕຸນຜ້າອັດປາກ ກັງວົນຄຸມໂຄວິດຍາກ
ອົງການອະນາໄມໂລກເຜີຍອັດຕາການເສຍຊີວິດຈາກພະຍາດໂຄວິດ-19 ຕອນນີ້ເພີ່ມເປັນ 3,4% ແລະ ເຕືອນທຸກຝ່າຍວ່າກັກຕຸນ ຫລື ໂກງລາຄາເຄື່ອງມືປ້ອງກັນທາງການແພດ ໂດຍສະເພາະຜ້າອັດປາກ ຈະຍິ່ງເຮັດໃຫ້ການຄວບຄຸມພະຍາດ “ຍາກລຳບາກຍິ່ງຂຶ້ນ”.
ທ່ານ ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫລງໃນວັນທີ 3 ມີນາ ກ່ຽວກັບສະຖານະການໂລກທ່າມກາງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ວ່າອັດຕາການເສຍຊີວິດຈາກການຕິດເຊື້ອພະຍາດດັ່ງກ່າວເພີ່ມຈາກປະມານ 2% ເປັນປະມານ 3,4% ແລະ ສູງກວ່າອັດຕາການເສຍຊີວິດຈາກພະຍາດໄຂ້ຫວັດໃຫຍ່ເຊິ່ງ “ຍັງບໍ່ເຖິງ 1%”.

ເຖິງວ່າເຊື້ອໄວຣັສໂຄໂຣນາສາຍພັນໃໝ່ມີປະສິດທິພາບໃນການແຜ່ກະຈາຍໜ້ອຍກວ່າເຊື້ອໄວຣັສທີ່ເຮັດໃຫ້ເກີດໄຂ້ຫວັດໃຫຍ່, ແຕ່ເມື່ອໄດ້ຮັບເຊື້ອເຊິ່ງກໍ່ໃຫ້ເກີດພະຍາດໂຄວິດ-19 ຜູ້ປ່ວຍ “ມີອາການຮຸນແຮງຫລາຍກວ່າ” ເມື່ອທຽບໃສ່ໄຂ້ຫວັດໃຫຍ່, ຍິ່ງໄປກວ່ານັ້ນຍັງບໍ່ມີຢາປິ່ນປົວ ແລະ ວັກແຊງ “ທີ່ໄດ້ມາດຕະຖານສາກົນ” ເພື່ອຕໍ່ສູ້ກັບເຊື້ອຮ້າຍຊະນິດນີ້.
ຂະນະດຽວກັນ, ທ່ານ ເທດຣອສ ສະແດງຄວາມກັງວົນກ່ຽວກັບສະຖານະການການຂາດເຂີນອຸປະກອນປ້ອງກັນທາງການແພດທົ່ວໂລກ ໂດຍກ່າວວ່າ: ການກັກຕຸນ ແລະ ການໃຊ້ງານສິ່ງຂອງເຫລົ່ານີ້ “ຜິດວັດຖຸປະສົງ ຫລື ໂດຍບໍ່ຈຳເປັນ” ຈະຍິ່ງເຮັດໃຫ້ການຄວບຄຸມການແຜ່ລະບາດຂອງພະຍາດຂາດປະສິດທິພາບຍິ່ງຂຶ້ນ.
ທັງນີ້ WHO ໄດ້ຮັບລາຍງານໃນເບື້ອງຕົ້ນວ່າ: ລາຄາສະເລ່ຍຜ້າອັດປາກທົ່ວໂລກເພີ່ມຂຶ້ນ 6 ເທົ່າ, ສ່ວນລາຄາຖັງອົກຊີແພງຂຶ້ນ 3 ເທົ່າ ເຊິ່ງ WHO ໄດ້ສົ່ງຊຸດປ້ອງກັນຫລາຍກວ່າ 5 ແສນອັນໄປໃຫ້ 27 ປະເທດ, ແຕ່ອຸປະກອນທີ່ຈຳເປັນໃນສາງຂອງ WHO “ກຳລັງຫລຸດເຊັ່ນກັນ”.