ເຕັກນິກການປູກໝາກແຕງ
ລັກສະນະທົ່ວໄປ.
ໝາກແຕງ ເປັນພືດໃນຕະກຸນ: Cucurbitaceae, ຊື່ວິທະຍາສາດ: Cucumis sativus Linn, ຊື່ສາມັນ: Cucumber ເປັນພືດອາຍຸສັ້ນ ເຊິ່ງນັບແຕ່ປູກຈົນເຖິງເກັບກ່ຽວປະມານ 30-40 ວັນ. ເປັນພືດທີ່ມີລຳຕົ້ນເປັນເຄືອຍາວປະມານ 2-3 ແມັດ, ມີມື ຫລື
ໝວດຢູ່ຕາມຂໍ້ມ້ວນເປັນວົງສຳລັບຢຶດລຳຕົ້ນ ຫລື ເຄືອໃຫ້ເລືອເກາະຫລັກ ຫລື ຄ້າງທີ່ເຮັດໄວ້. ໂດຍທົ່ວໄປແລ້ວແຕງກວາມີດອກຜູ້ ແລະ ດອກແມ່ແຍກກັນຢູ່ແຕ່ລະດອກພາຍໃນເຄືອດຽວກັນ, ດອກມີສີເຫລືອງ. ເປັນພືດທີ່ປູກໄດ້ງ່່າຍ, ການບົວລະບັດຮັກສາກໍບໍ່ຍາກ, ສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດ, ແຕ່ດີທີ່ສຸດແມ່ນດິນຊາຍແກມຕົມສາມາດລະບາຍນ້ຳໄດ້ດີ ແລະ ໃນດິນມີຄວາມຊຸ່ມປານກາງລະດັບຄວາມເປັນກົດເປັນດ່າງຂອງດິນ pH= 5,5-6,8, ອຸນຫະພູມທີ່ເໝາະສົມປະມານ 18-25ອົງສາ.

ແນວພັນ.
ພັນໝາກແຕງ ທີ່ໃຊ້ປູກທົ່ວໄປຈັດເປັນ 2 ປະເພດຄື:
ພັນສຳລັບບໍລິໂພກສົດ: ມີພັນພື້ນເມືອງ ແລະ ພັນປັບປຸງມີນວນບາງ, ໃສ້ໃຫຍ່, ມີນ້ຳຫລາຍ, ເປືອກເປັນສີຂຽວອ່ອນ, ເວລາໝາກຍັງອ່ອນຈະມີໜາມສີຂາວ ແລະ ສີດຳ ເມື່ອໃຫຍ່ຂຶ້ນມາໜາມກໍຈະຫລຸດອອກໄປເອງ.
ໝາກແຕງ ທີ່ມີໜາມສີຂາວສາມາດເກັບຮັກສາໄດ້ 7 ວັນ, ສ່ວນໝາກແຕງທີ່ມີ ໜາມສີດຳຈະເກັບຮັກສາໄດ້ພຽງແຕ່ 2-3 ວັນ ໝາກກໍຈະກາຍເປັນສີເຫລືອງ, ພັນນີ້ບໍ່ ເໝາະກັບການນຳໄປດອງ.
ພັນສຳລັບອຸດສາຫະກຳ: ເປັນພັນທີ່ມີນວນໜາ, ມີໃສ້ໜ້ອຍ ຫລື ບາງພັນບໍ່ມີໃສ້ເລີຍ, ມີເປືອກສີຂຽວເຂັ້ມ ເມື່ອນຳໄປດອງຈະຮັກສາຮູບຊົງໄວ້ບໍ່ຫ່ຽວ.
ການກຽມໜານປູກ.
ຂຸດດິນ ຫລື ໄຖໃຫ້ເລິກປະມານ 20-25 ຊັງຕີແມັດ, ຕາກດິນໄວ້ປະມານ 5-10 ວັນ, ໃສ່ຝຸ່ນຄອກ ຫລື ຝຸ່ນບົ່ມຮອງພື້ນ 2 ໂຕນ/ໄລ່ ຫລື ປະມານ 12 ໂຕນ/ຮຕ ພ້ອມກັບປັບດິນໃຫ້ລະອຽດແລ້ວຍົກເປັນໜານ.

ການປູກ.
ຖ້າປູກໝາກແຕງ ປ່ອຍໃຫ້ເລືອໄປຕາມດິນໂດຍບໍ່ເຮັດຄ້າງໃຫ້ຈະໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊຕມ ແລະ ແຖວ 150 ຊຕມ. ຖ້າປູກໃສ່ຄ້າງໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊຕມ ແລະ ແຖວ 100 ຊຕມ. ຫລັງຈາກກຽມດິນແລ້ວໃຫ້ຢອດເມັດລົງຂຸມເລິກປະມານ 2,5 ຊຕມ, ແຕ່ລະຂຸມໃຫ້ໃສ່ 5-10 ເມັດ, ປົກດ້ວຍຝຸ່ນຄອກ, ຝຸ່ນບົ່ມ ຫລື ດິນທີຕີໃຫ້ ລະອຽດແລ້ວປົກດ້ວຍເຟືອງ ຫລື ຫຍ້າແຫ້ງກໍໄດ້, ຈາກນັ້ນ ກໍຫົດນ້ຳໃຫ້ຊຸ່ມ. ເມື່ອເບ້ຍງອກຂຶ້ນມາມີໃບແທ້ 2 ໃບ ຄວນຖອນແຍກເບ້ຍທີ່ບໍ່ແຂງແຮງອອກໃຫ້ເຫລືອຂຸມລະ 1 ເບ້ຍ. ຫລັງຈາກປູກໄດ້ 14 ວັນຍອດໝາກແຕງຈະເລືອໄປຕາມດິນ ຫລື ເລືອຂຶ້ນຄ້າງທີ່ເຮົາໄດ້ກຽມໄວ້, ຄວນປັກໄມ້ເຮັດຄ້າງໃສ່ຂຸມລະ 1 ລຳ, ມັດປາຍໄມ້ເຂົ້າຫາກັນດ້ວຍ ເຊືອກໃຫ້ແໜ້ນ, ເອົາໄມ້ໃສ່ຕາມທາງຂວາງ 2-3 ລຳ ແລ້ວມັດໃຫ້ແໜ້ນ ເພື່ອໃຫ້ເຄືອ ໝາກແຕງກ້ຽວຂຶ້ນເທິງຄ້າງໄດ້ສະດວກດີ.
ການບົວລະບັດຮັກສາ.
- ການໃສ່ຝຸນ.
ເນື່ອງຈາກໝາກແຕງ ເປັນພືດຜັກກິນໝາກ, ຕ້ອງການຝຸ່ນ ຫລາຍພໍສົມຄວນ, ດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ໃຫ້ຖືກຕ້ອງ ແມ່ນມີຄວາມຈຳເປັນ, ທັງນີ້ກໍເພື່ອການໃສ່ຫລຸດຕົ້ນທຶນ ແລະ ໃຫ້ມີຜົນສູງດ້ານຜົນຜະລິດ, ໂດຍສະເພາະແມ່ນການຈະເລີນເຕີບໃຫຍ່ ທາງລຳຕົ້ນ, ດອກ ແລະ ໝາກ. ດັ່ງນັ້ນ, ຈຶ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ: 14:14:21 ຫລື 13:21 ຫລື ສູດອື່ນໆ ທີ່ໃກ້ຄຽງກັນ, ໃຫ້ໃສ່ໃນອັດຕາ 300 ກິໂລ/ຮຕ, ແຕ່ສຳຄັນແມ່ນຂຶ້ນກັບຄວາມອຸດົມ ສົມບູນຂອງດິນ, ການໃສ່ຝຸ່ນໃຫ້ແບ່ງໃສ່ 3 ເທື່ອ, ເທື່ອທີ 1 ໃຫ້ໃສ່ເຄິ່ງໜຶ່ງເປັນຝຸ່ນຮອງພື້ນກ່ອນປູກແລ້ວພວນດິນປົກໄວ້. ເມື່ອພືດມີອາຍຸປະມານ 10-20 ວັນໃຫ້ແບ່ງເຄິ່ງຈາກຈຳນວນທີ່ເຫລືອຈາກເທື່ອທີ 1 ແລະ ເພີ່ມຝຸ່ນຢູເຣຍປະມານ 80-100 ກິໂລ/ຮຕ ເພື່ອເລັ່ງການຈະເລີນເຕີບໃຫຍ່ລຳຕົ້ນ ແລະ ໃບທີ 3 ເມື່ອພືດມີອາຍຸໄດ້ 25-30 ວັນ ໃຫ້ໃສ່ສ່ວນທີ່ເຫລືອຈາກການແບ່ງໃນເທື່ອທີ 2.
2.ການໃຫ້ນ້ຳ.
ຄວນໃຫ້ນ້ຳພຽງພໍ ສະໝ່ຳສະເໝີ, ແຕ່ຢ່າໃຫ້ປຽກເກີນໄປ ເພາະຈະພາໃຫ້ຮາກພືດເນົ່າ ສັງເກດໄດ້ຈາກການເບິ່ງຄວາມຊຸ່ມໃນໜານປູກ. ຄວນໃຫ້ນ້ຳທັງຕອນເຊົ້າ ແລະ ຕອນແລງ.
3.ການຄຸມດິນ (ປົກໜ້າດິນ).
ວັດຖຸທີ່ໃຊ້ໃນການປົກຄຸມດິນຄື: ເຟືອງແຫ້ງ ຫລື ຫຍ້າແຫ້ງປົກຄຸມດິນ ໃນບໍລິເວນເຫງົ້າ ເພື່ອໃຫ້ຮັກສາຄວາມຊຸ່ມຂອງໜ້າດິນ, ຫລຸດຜ່ອນ ການໃຫ້ນ້ຳ ແລະ ສາມາດປ້ອງກັນຫຍ້າທີ່ຈະເກີດຂຶ້ນອີກ.
4.ການພວນດິນ ແລະ ເສຍຫຍ້າ.
ຫຍ້າທຸກຊະນິດເປັນສັດຕູທີ່ຍາດແຍ່ງອາຫານໄປຈາກພືດທີ່ເຮົາປູກ. ດັ່ງນັ້ນ, ຖ້າມີຫຍ້າເກີດຂຶ້ນຕ້ອງກຳຈັດໂດຍການເສຍຫຍ້າຖິ້ມ ບໍ່ໃຫ້ເກີດຂຶ້ນພ້ອມທັງພວນດິນໄປພ້ອມ ເພື່ອເຮັດໃຫ້ດິນຜຸຜົງ, ລະບາຍອາກາດ ແລະ ນ້ຳໄດ້ດີ.
ພະຍາດ ແລະ ແມງໄມ້ສັດຕູພືດ:
ພະຍາດລານ້ຳຄ້າງ (downy mildew) ຫລື ພະຍາດໃບລາຍ.
ກ. ລັກສະນະອາການ:
ສ່ວນຫລາຍຈະເກີດຂຶ້ນກັບໃບ ໂດຍຈະເລີ່ມເປັນຈຸດສີເຫລືອງ ຢູ່ເທິງໃບຕໍ່ມາຈະຄ່ອຍໆ ຂະຫຍາຍໃຫຍ່ຂຶ້ນເປັນຫລ່ຽມໃນລະຫວ່າງ ເສັ້ນໃບ. ຖ້າຫາກມີຝົນຕົກຕິດຕໍ່ກັນຫລາຍມື້ຈະເຮັດໃຫ້ອາກາດເຢັນ, ມີຄວາມຊຸ່ມຊື່ນສູງ ຫລື ມີນ້ຳໝອກຫລາຍ, ເມື່ອປິ້ນເບິ່ງກ້ອງໃບບໍລິເວນທີ່ມີຈຸດສີເຫລືອງເກີດຂຶ້ນ ຈະມີເສັ້ນໃຍສີຂາວເກາະກັນເປັນກຸ່ມ ແລະ ສະປໍຂອງເຊື້ອພະຍາດເປັນຜົງສີເທົາ ຫລື ສີດຳ, ໃນກໍລະນີທີ່ເກີດພະຍາດຮຸນແຮງ ໃບທີ່ຖືກເຊື້ອພະຍາດເຂົ້າທຳລາຍຈະແຫ້ງຕາຍໝົດໃບ, ເຄືອໝາກແຕງຈະຫ່ຽວອາດເຖິງຂັ້ນຕາຍໄດ້, ໝາກແຕງຈະບໍ່ຖືກເຊື້ອພະຍາດເຂົ້າທຳລາຍໂດຍ ກົງແຕ່ເມື່ອເຄືອເກີດພະຍາດກໍຈະເຮັດໃຫ້ໝາກຈະເລີນເຕີບໂຕບໍ່ໄດ້ດີ, ໝາກຈະເປັນກະດັນເຮັດໃຫ້ຄຸນນະພາບ ແລະ ລົດຊາດບໍ່ດີ.
ຂ. ເກີດຈາກເຊື້ອ Peronospora cubensis. ພະຍາດລານ້ຳຄ້າງ ມັກເກີດຂຶ້ນໃນເວລາອາກາດຂ້ອນຂ້າງເຢັນ ແລະ ຄວາມຊຸ່ມສູງ. ມີການຈະເລີນເຕີບໂຕ ແລະ ລະບາດໄດ້ດີໃນອຸນຫະພູມລະຫວ່າງ 16-27 C, ແຕ່ຈະລະບາດຫລາຍທີ່ສຸດຄື: 20 C, ຄວາມຊຸ່ມໃນອາກາດສູງກວ່າ 86% ຂຶ້ນໄປ.
ຄ. ການປ້ອງກັນ ແລະ ການກຳຈັດ.
ກຳຈັດວັດສະພືດຕ່າງໆ ແລະ ຕົ້ນທີ່ເຫລືອຈາກການເກັບກ່ຽວໃຫ້ໝົດຈາກບໍລິເວນໜານປູກ. ເລືອກປູກແນວພັນທີ່ມີຄວາມຕ້ານທານ ພະຍາດ, ຈັດໄລຍະຫ່າງຂອງການປູກໃຫ້ ເໝາະສົມ. ເມື່ອເກີດພະຍາດກັບພືດໃນໜານປູກໃຫ້ຮີບປ້ອງກັນກຳຈັດດ້ວຍການສີດຢາກຳຈັດເຊື້ອລາເຊັ່ນ: ໄຊເນບ ຫລື ມາເນບ, ຖ້າຫາກເຄືອໃດມີໃບເກີດພະຍາດນີ້ຂຶ້ນໃຫ້ຕັດໃບຖິ້ມ ຫລື ກຳຈັດເຄືອທີ່ເປັນພະຍາດອອກໄປດ້ວຍການເຜົາໄຟຍິ່ງເປັນການດີ.
ພະຍາດລາແປ້ງ (Powdery mildew)
ກ. ລັກສະນະອາການ:
ມັກເກີດຢູ່ກ້ອງໃບກ່ອນໝາກແຕງຈະໃຫຍ່, ເທິງໃບຈະເຫັນລາແປ້ງລັກສະນະຄ້າຍຄືຝຸ່ນ ແປ້ງສີຂາວ ຫລື ສີເທົາອ່ອນປົກຄຸມຢູ່ ແລະ ກະຈາຍເປັນບາງບ່ອນຄືເສັ້ນໃຍ ແລະ ສະປໍຂອງເຊື້ອ, ພືດທີ່ຖືກເຊື້ອລາປົກຄຸມ ແລະ ດູດນ້ຳລ້ຽງຈະສະແດງອາການເຫລືອງ, ຊີດ ແລະ ແຫ້ງຕາຍໄປໃນທີ່ສຸດ.
ຂ. ເກີດຈາກເຊື້ອ Oidium sp Conidia.
ເຊື້ອລາແປ້ງສາມາດງອກ ແລະ ເຂົ້າທຳລາຍພືດໄດ້ດີທີ່ສຸດໃນອຸນຫະພູມ 23 ອົງສາ, ຄວາມຊຸ່ມຊື່ນ 75-99%. Conidia ທີ່ເກີດຈາກເສັ້ນໃຍ ບໍລິເວນຜິວໜ້າພືດຈະປິວໄປຕາມລົມ ຫລື ຕິດໄປກັບຂາຂອງແມງໄມ້ ແລະ ເມື່ອສະພາບແວດລ້ອມເໝາະສົມຈະເຂົ້າທຳລາຍພືດ. ການເກີດພະຍາດລາແປ້ງ ມັກຢູ່ຂ້າມລະດູໃນຮູບແບບຂອງເສັ້ນໃຍທີ່ຟັກຕົວໃນ ເສດຊາກພືດ ທີ່ເປັນພະຍາດແລ້ວຕົກຄ້າງຢູ່ໃນໜານປູກ ຫລື ເຊື້ອພະຍາດທີ່ຕິດ ໄປກັບສ່ວນທີ່ໃຊ້ຂະຫຍາຍພັນຂອງພືດ. ນອກຈາກນີ້ເຊື້ອພະຍາດຍັງສາມາດຢູ່ຂ້າມລະດູໃນວັດສະພືດຫລາຍຊະນິດ.
ຄ.ການປ້ອງກັນກຳຈັດ.
ກຳຈັດເສດຊາກພືດ, ວັດສະພືດບໍ່ໃຫ້ຫລົງເຫລືອຢູ່ໃນໜານປູກ, ເລືອກປູກໝາກແຕງພັນທີ່ມີຄວາມຕ້ານທານພະຍາດ. ຄວນປ້ອງກັນກ່ອນການເກີດລະບາດພະຍາດໂດຍການສີດພົ່ນສານປ້ອງກັນກຳຈັດເຊື້ອລາໃນກຸ່ມຂອງໄດໂນແຄບໃນອັດຕາ 30 ກຣາມ ຕໍ່ນ້ຳ 20 ລິດເມື່ອພະຍາດນີ້ເກີດຂຶ້ນຄັ້ງທຳອິດ. ຫລັງຈາກນັ້ນສີດພົ່ນທຸກໆ 10 ວັນ.
ພະຍາດໃບດ່າງ (Mosaic)
ກ. ລັກສະນະອາການ:
ໃບດ່າງສີຂຽວອ່ອນສະຫລັບຂຽວເຂັ້ມ ຫລື ດ່າງຂຽວສະຫລັບເຫລືອງ, ເນື້ອໃບມີລັກສະນະນູນເປັນບາງບ່ອນ, ໃບຫງິກງໍ ມີຮູບຮ່າງຜິດປົກກະຕິ. ຖ້າພະຍາດລະບາດຮຸນແຮງ, ໃບທີ່ແຕກໃໝ່ຈະມີຂະໜາດນ້ອຍກວ່າປົກກະຕິ, ໝາກແຕງຈະບໍ່ຈະເລີນເຕີບໂຕເຕັມທີ່, ຈະເຮັດໃຫ້ໝາກແຕງເປັນກະດັນ, ຖ້າເປັນພະຍາດໃນໄລຍະອອກດອກຈະຕິດດອກໜ້ອຍ ຫລື ດອກກໍຈະຫລົ່ນຖິ້ມໄປ.
ຂ. ເກີດຈາກເຊື້ອ Cucumber mosaic virus.
ເຊື້ອໄວຣັດຊະນິດນີ້ ສາມາດແຜ່ລະບາດໄປຫາເຄືອອື່ນໄດ້ໄວດ້ວຍການສຳພັດກັບໃບພືດທີ່ເກີດພະຍາດ.
ນອກຈາກນັ້ນ ພືດທີ່ເປັນພະຍາດນີ້ເພ້ຍອ່ອນກໍຈະເປັນຕົວນຳເຊື້ອພະຍາດແຜ່ລະບາດໄດໄວເຮັດໃຫ້ການຄວບຄຸມພະຍາດໄດ້ຍາກ.
ຄ. ການປ້ອງກັນ:
ກຳຈັດວັດສະພືດໃນໜານປູກ ແລະ ບໍລິເວນໃກ້ຄຽງເພື່ອບໍ່ໃຫ້ເປັນແຫລ່ງອາໄສຂອງເຊື້ອພະຍາດ ແລະ ແມງໄມ້ທີ່ເປັນຕົວນຳເຊື້ອພະຍາດ. ເມື່ອພົບເຫັນເຄືອໝາກແຕງທີ່ຫາກໍເກີດພະຍາດຂຶ້ນໃຫ້ຮີບຫລົກນຳໄປເຜົາທຳລາຍທັນທີ.
ພະຍາດຮາກເນົ່າ ແລະ ເຫງົ້າເນົ່າ Fusarium:
ກ. ລັກສະນະອາການ:
ເຊື້ອພະຍາດຈະເຂົ້າທຳລາຍຕົ້ນໝາກແຕງໄດ້ທຸກໄລຍະການເລີນເຕີບໃຫຍ່, ອາດຢຸດການຈະເລີນເຕີບໂຕ, ເຫລືອງ ແລະ ຫ່ຽວແຫ້ງ ຕາຍໝົດທັງຕົ້ນໂດຍທີ່ເຊື້ອພະຍາດ ຈະເຂົ້າທຳລາຍສ່ວນເຫງົ້າ ຫລື ຮາກ. ເຄືອໝາກແຕງຈະຫ່ຽວລົງເທື່ອລະໜ້ອຍ ແລ້ວອາການ ຈະຄ່ອຍໆ ເພີ່ມທະວີຄວາມຮຸນແຮງຂຶ້ນ. ໃບທີ່ຫ່ຽວຈະເກີດອາການໄໝ້ ແລະ ແຫ້ງບໍລິເວນຂອບໃບ, ຕໍ່ມາເນື້ອໃບທີ່ເຫລືອຈະເຫລືອງ ແລະ ແຫ້ງ. ເຄືອໝາກແຕງທີ່ຕາຍໄປຈະສີນ້ຳຕານເກີດຂຶ້ນຢູ່ບໍລິເວນເຫງົ້າ ແລະ ຮາກ. ໃນກໍລະນີຄວາມຊຸ່ມສາຈະປາກົດ ເຫັນເສັ້ນໃຍ ແລະ ສະປໍຂອງເຊື້ອຕາມບໍລິເວນດັ່ງກ່າວ, ຮາກຈະຖືກທຳລາຍຈົນໝົດໄປ, ເມື່ອຫລົກຂຶ້ນມາຮາກຈະຂາດຫລຸດຕິດຢູ່ໃນດິນ.
ຂ. ເກີດຈາກເຊື້ອ Fusarium oxysporum ສຳລັບການແຜ່ລະບາດເກີດຂຶ້ນໄດ້ທັງສະປໍ ແລະ ເສັ້ນໃຍທີ່ຕິດໄປກັບນ້ຳ, ດິນ, ຝຸ່ນບົ່ມ, ຝຸ່ນພືດສົດຈາກພືດທີ່ເປັນພະຍາດ ແລະ ສ່ວນທີ່ໃຊ້ຂະຫຍາຍພັນ. ສ່ວນຫລາຍພະຍາດຈະເຂົ້າສູ່ພືດ ໂດຍຜ່ານທາງປາຍຮາກ, ບາດແຜຢູ່ຮາກ ແລະ ເຫງົ້າ ເຊິ່ງເກີດຈາກເຄື່ອງມືທີ່ເຮົາໃຊ້, ຈາກການຍ້າຍເບ້ຍ, ຈາກການທຳລາຍຂອງແມງໄມ້. ພະຍາດຈະເຂົ້າທຳລາຍພືດໄດ້ດີ ແລະ ຮຸນແຮງໃນອຸນຫະພູມລະຫວ່າງ 24-30 ອົງສາ.
ຄ. ການປ້ອງກັນກຳຈັດ.
ເລືອກໃຊ້ເມັດພັນທີ່ປາສະຈາກເຊື້ອພະຍາດ, ຖ້າຍັງບໍ່ແນ່ໃຈໃຫ້ຂ້າເຊື້ອດ້ວຍສານເຄມີກ່ອນປູກ, ບົວລະບັດຮັກສາພືດໃຫ້ແຂງແຮງຢ່າໃຫ້ຂາດນ້ຳ ຫລື ທາດອາຫານທີ່ຈຳເປັນເພື່ອບໍ່ໃຫ້ພືດອ່ອນແອຕໍ່ການເກີດພະຍາດ, ເລືອກປູກພັນມີຄວາມຕ້ານທານພະຍາດ.
ພະຍາດເຄືອ ຫລື ລຳແຕກຢາງໄຫລ Gummy stem blight.
ກ. ລັກສະນະອາການ.
ອາການທີ່ພົບເຫັນຈະຢູ່ໃນສ່ວນຕ່າງໆ ຂອງພືດເຊັ່ນ: ເມັດເນົ່າ, ຮາກ. ອາການຈະເກີດຢູ່ລຳ ຫລື ເຄືອຈະແຕກຢູ່ບໍລິເວນເຫງົ້າ, ມີຢາງສີຂາວໄຫລອອກມາຈາກຮອຍແຕກ ຕໍ່ມາປ່ຽນເປັນສີນ້ຳຕານ.
ຂ. ເກີດຈາກເຊື້ອ Didymellabryoniae. ສ່ວນຫລາຍເຊື້ອພະຍາດ ຈະຢູ່ໃນເນື້ອເຍື່ອພືດທີ່ຕາຍແລ້ວ, ເຊື້ອຈະຢູ່ຂ້າມລະດູປູກໄດ້ໂດຍອາໄສເສດຊາກພືດທີ່ຢູ່ໃນດິນ ແລະ ເຂົ້າທຳລາຍພືດຕະກຸນໝາກແຕງໃນລະດູຕໍ່ໄປ. ສະພາບແວດລ້ອມທີ່ເໝາະສົມຕໍ່ການເຂົ້າທຳລາຍຂອງພະຍາດນີ້ແມ່ນຄວາມຊຸ່ມສູງ ແລະ ອຸນຫະພູມ ຕ່ຳເຮັດໃຫ້ເກີດພະຍາດຮຸນແຮງ.
ຄ. ການປ້ອງກັນກຳຈັດ:
ຕັດເຄືອທີ່ເປັນພະຍາດຖິ້ມໂດຍການເຜົາໄຟເພື່ອປ້ອງກັນບໍ່ໃຫ້ເຊື້ອ ໄປເກີດໃນລະດູຕໍ່ໄປ.
ການເກັບກູ້.
ສ່ວນຫລາຍອາຍຸການເກັບກ່ຽວໝາກແຕງກວາປະມານ 30-45 ວັນ (ຂຶ້ນກັບຊະນິດຂອງແຕ່ລະພັນ). ການເກັບກ່ຽວໃຫ້ເກັບໝາກ ອ່ອນທີ່ມີສີຂຽວສົດ, ເກັບທຸກວັນຈົນກວ່າໝາກແຕງຈະໝົດ. ຫລັງຈາກເກັບແລ້ວໃຫ້ຮີບນຳເຂົ້າຮົ່ມທັນທີ, ຫ້າມລ້າງນ້ຳເພາະວ່າຈະເຮັດໃຫ້ໝາກແຕງເຫລືອງໄວ. ຫລັງຝົນຕົກໃໝ່ໆບໍ່ຄວນເຂົ້າໄປເກັບ, ຄວນລໍຖ້າໃຫ້ດິນແຫ້ງດີເສຍກ່ອນ. ຫລັງຈາກເກັບຜົນຜະລິດໄດ້ເຕັມພາຊະນະທີ່ບັນຈຸຕາມຄວາມຕ້ອງການແລ້ວໃຫ້ຮີບນຳສົ່ງໄປຂາຍທັນທີ.
ແຫລ່ງຂໍ້ມູນຈາກ: ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ, ຂະແໜງປູກຝັງ.
