ເສດຖະກິດ ດີຈິຕອນ ຫວຽດນາມ ມາແຮງ
ລູກເມືອງພວນ
ອີງຕາມການລາຍງານຂອງ ກູເກິນ ແລະ ເທມາເຊັກພ້ອມກັບຄູ່ຮ່ວມມື Bain ແລະ company ໃຫ້ຮູ້ວ່າ ເສດຖະກິດດີຈິຕອນຂອງຫວຽດນາມມີລະດັບການຂະຫຍາຍຕົວແບບກ້າວກະໂດດ ແລະ ເປັນອັນດັບທີ 2 ຫຼັງອິນໂດເນເຊຍ ແລະ ທຽບໃສ່ບັນດາຊາດໃນພາກພື້ນ. ຄາດວ່າເສດຖະກິດດີຈິຕອນຂອງຫວຽດນາມຈະບັນລຸເຖິງ 12 ຕື້ໂດລາສະຫະລັດໃນປີນີ້ ແລະ ຈະທະລຸ 43 ຕື້ໂດລາໃນປີ 2025.
ອີງຕາມການລາຍງານເສດຖະກິດດີຈິຕອນຂອງອາຊີຕາເວັນອອກສ່ຽງໃຕ້ໃນປີ 2019 (e-ConomySautheast Asia 2019)ໂດຍກູເກິນ ແລະ ເທມາເຊັກ ພ້ອມກັບຄູ່ຮ່ວມມື ໄດ້ພ້ອມກັນປະກາດຂໍ້ມູນລາຍລະອຽດກ່ຽວກັບເສດຖະກິດດີຈິຕອນຂອງອາຊີຕາເວັນອອກສ່ຽງໃຕ້ ຊຶ່ງລວມີທັງຕະຫຼາດໃຫ່ຍທີ່ສຸດ 6 ແຫ່ງ: ອີນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.
ປັດຈຸບັນເສດຖະກິດ ອິນເຕີເນັດ ຫຼື ດີຈິຕອນຂອງຫວຽດນາມກຳລັງມາແຮງດ້ວຍລະດັບການຂະຫຍາຍຕົວແຕ່ລະປີ 38% ນັບແຕ່ປີ 2015 ເປັນຕົ້ນມາ. ມູນຄ່າເສດຖະກິດດີຈິຕອນຄາດວ່າຈະບັນລຸ 12 ຕື້ໂດລາສະຫະລັດອາເມລິກາໃນປີ 2019 ແລະ 43 ຕື້ໃນປີ 2025 ຊຶ່ງລວມມີທັງຂົງເຂດການຄ້າເອເລັກໂຕຣນິກ, ການທ່ອງທ່ຽວສາຍຕົງ ແລະ ຮຽກລົດດ້ວຍແອັບ.
ຖ້າເວົ້າເຖິງຂະໜາດໃຫ່ຍຂອງຕະຫຼາດ, ຄາດວ່າໃນປີ 2019 ຈະຈັດຢູ່ອັນດັບຕາມຫຼັງ ອີນໂດເນເຊຍ( 40 ຕື້ໂດລາ), ໄທ 16 ຕື້ ເທົ່າກັບສິງກະໂປ ແລະ ສູງກວ່າ ມາເລເຊຍ( 11 ຕື້ໂດລາ) ແລະ ຟີລິບປິນ 7 ຕື້ໂດລາ.
ເຖິງຢ່າງໃດກໍດີ ຫວຽດນາມຍັງມີ ຈີດີພີ ນຳໜ້າ 6 ປະເທດທີ່ຍັງເຫຼືອໃນອາຊີຕາເວັນອອກສ່ຽງໃຕ້. ໃນທຳນອງດຽວກັນສັກສ່ວນ GMV (ມູນຄ່າການເຄື່ອນໄຫວສິນຄ້າ ໃນອອນລາຍ)ດວມຫຼາຍກ່ວາ 5% ຈີດີພີ ໃນປີ 2019, ສູງກວ່າອີນໂດເນເຊຍ 4%.
ບົດລາຍງານຕີລາຄາວ່າ ” ເສດຖະກິດດີຈິຕອນຂອງຫວຽດນາມ ແມ່ນລື່ນກາຍບັນດາປະເທດໃນພາກພື້ນ”.
ອີງຕາມລາຍງານໃຫ້ຮູ້ວ່າ ຫວຽດນາມພ້ອມກັບອີນໂດເນເຊຍ ເປັນຕະຫຼາດດີຈິຕອນໃຫ່ຍທີ່ສຸດໃນພາກພື້ນ, ດ້ວຍລະດັບການຂະຫຍາຍຕົວ 40% ຕໍ່ປີ. ສ່ວນຊາດອື່ນໆທີ່ຍັງເຫຼືອມີລະດັບການຂະຫຍາຍຕົວພຽງແຕ່ 20-30% ໃນແຕ່ລະປີເທົ່ານັ້ນ.