ທະນາຄານໂລກ ຕັ້ງກອງທຶນສຸກເສີນ 1,2 ໝື່ນລ້ານໂດລາ ສູ້ “ໂຄວິດ-19”
ທະນາຄານໂລກ ຕັ້ງກອງທຶນສຸກເສີນວົງເງິນ 12.000 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອທຸກປະເທດຮັບມືວິກິດການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຕົ້ນຕໍໂຣກໂຄວິດ-19.
ທ່ານ ເດວິດ ມັລພາສ ປະທານທະນາຄານໂລກ ລະບຸວ່າ: ຍັງມີຫລາຍສິ່ງຫລາຍຢ່າງທີ່ຄົນເຮົາຍັງບໍ່ຮູ້ກ່ຽວກັບໂຣກໂຄວິດ-19 ແລະ ອາດຈຳເປັນຕ້ອງລະດົມຊັບພະຍາກອນອີກຈຳນວນຫລາຍ ເພື່ອຢຸດຢັ້ງການລະບາດຂອງໂຣກນີ້.
ທ່ານ ມັລພາສ ຮຽກຮ້ອງໃຫ້ທຸກປະເທດຮ່ວມມືກັນ ທັງລະດັບພາກພື້ນ ແລະ ສາກົນ ແລະ ເນັ້ນວ່າ: ການຕອບສະໜອງທີ່ວ່ອງໄວ ແລະ ຄວບຄຸມ ຄືຫົວໃຈສຳຄັນຂອງການປິ່ນປົວຊີວິດຜູ້ປ່ວຍ.
ທັງນີ້ ວັດຖຸປະສົງຫລັກຂອງການຕັ້ງກອງທຶນສຸກເສີນໃນຄັ້ງນີ້ ເນັ້ນຊ່ວຍເຫລືອປະເທດກຳລັງພັດທະນາ ແລະ ປະເທດທຸກຍາກກ່ອນ ໃນການຍົກລະດັບບໍລິການດ້ານສາທາລະນະສຸກ ເພື່ອປ້ອງກັນ ແລະ ຕໍ່ສູ້ກັບໂຣກລະບາດ ຕະຫລອດຈົນສະໜັບສະໜູນການດຳເນີນງານຂອງລັດຖະບານປະເທດຕ່າງໆຮ່ວມມືກັບພາກເອກະຊົນໃນທ້ອງຖິ່ນ ເພື່ອຫລຸດຜົນກະທົບທາງເສດຖະກິດຈາກໂຣກລະບາດໃຫ້ໄດ້ຫລາຍທີ່ສຸດ.
ສ່ວນອົງການອະນາໄມໂລກ (WHO) ອອກຄຳເຕືອນໃນວັນທີ 3 ມີນາວ່າ: ທົ່ວໂລກອາດປະສົບບັນຫາຂາດເຂີນອຸປະກອນປ້ອງກັນໂຣກໂຄວິດ-19, ຂະນະທີ່ລາຄາສິນຄ້າປະເພດນີ້ເລີ່ມສູງຂຶ້ນເລື້ອຍໆຕາມຕົວເລກຜູ້ຕິດເຊື້ອ.