ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ

ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ -                          - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - kitchen vibe - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ

        ໃນວັນທີ 3 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງ ໄຊຍະບູລີ, ຊຶ່ງໄດ້ລົງຕິດຕາມຊຸກຍູ້ວຽກງານກະສິກຳຂອງກຸ່ມຊາວນາເຂດບ້ານ ນາລາ,  ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ, ໄດ້ເນັ້ນໜັກໃຫ້ກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ, ເອົາໃຈໃສ່ໃນການບົວລະບັດຮັກສາເຂົ້າເປັນຕົ້ນແມ່ນ: ການໃສ່ຝຸ່ນ, ໃສ່ປຸຍຊີວະພາບໃຫ້ຖືກຕ້ອງຕາມມາດຕະຖານ, ຫລົກຫຍ້າ, ຂ້າແມງໄມ້ ເພື່ອໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້ ແລະ ມອບເງິນໃຫ້ກຸ່ມຊາວນາເພື່ອຈັດຊື້ເຄື່ອງຈັກຄັດແຍກເມັດເຂົ້າຄົບຊຸດ ຈໍານວນ 150 ລ້ານກີບ.

      ທ່ານ ສົມຈິດ ພູມມາກອງສີ ຫົວໜ້າກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ ລາຍງານວ່າ: ໃນລະດູແລ້ງປີ 2020 ນີ້, ຊາວນາເຂດ ບ້ານ ນາລາ ໄດ້ເຮັດນາແຊງທັງໝົດ 62,30 ເຮັກຕາ, ມີ 107 ຄອບຄົວ, ໃນນີ້: ກຸ່ມຜະລິດແນວພັນເຂົ້າ ມີ 21 ຄອບຄົວ; ມີເນື້ອທີ່ 19,45 ເຮັກຕາ ເຊິ່ງເປັນການຜະລິດແນວພັນເຂົ້າລະດູທຳອິດຂອງກຸ່ມແນວພັນເຂົ້າທີ່ນຳມາຜະລິດແມ່ນ ເຂົ້າຖິ່ນແກ້ວ 17 ລຸ້ນ 3 ກຸ່ມຜະລິດເຂົ້າສະອາດ ເພື່ອຂາຍເປັນສິນຄ້າ ມີ 47 ຄອບຄົວ, ມີເນື້ອທີ່ 38,47 ເຮັກຕາ ແລະ ຊາວນາປູກເຂົ້າທົ່ວໄປທີ່ບໍ່ເຂົ້າຮ່ວມໂຄງການມີ 39 ຄອບຄົວ, ເນື້ອທີ່ 4,38 ເຮັກຕາ, ສ່ວນການຈັດຕັ້ງປະຕິບັດຂອງກຸ່ມແມ່ນປະຕິບັດຕາມຂັ້ນຕອນຕ໋ອງໂສ້ດັ່ງນີ້: ກຸ່ມຜະລິດແນວພັນຈະຜະລິດແນວພັນຂາຍໃຫ້ກຸ່ມໂຮງສີ ແລະ ກຸ່ມໂຮງສີຈະນຳເອົາແນວພັນດັ່ງກ່າວໄປແຈກຢາຍໃຫ້ກຸ່ມຜະລິດເຂົ້າສະອາດນຳໄປປູກ ເມື່ອໄດ້ຜົນຜະລິດແລ້ວ, ກຸ່ມໂຮງສີຈະເກັບຊື້ນຳກຸ່ມຜະລິດຄືນ ເຊິ່ງການຊື້-ຂາຍແມ່ນປະຕິບັດຕາມສັນຍາຜູກພັນສອງສົ້ນລະຫວ່າງຜູ້ປະກອບການ ແລະ ຜູ້ຜະລິດ; ສ່ວນຜົນຜະລິດແມ່ນຈະເພີ່ມຂຶ້ນ ຈາກ 3 ໂຕນຕໍ່ເຮັກຕາເປັນ 3,5 ໂຕນຕໍ່ເຮັກຕາ.

ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - 5 - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - 4 - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ - 3 - ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ