ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ

- laos Hongary - ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ
- kitchen vibe - ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ

 

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ປີເຕີ ຊີຈາໂຕ (Peter Szijjiarto), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ ໃນວັນທີ 30-31 ພຶດສະພານີ້ ໃນໂອກາດສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ລະຫວ່າງ ສອງປະເທດ, ຊຶ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຮົງກາລີ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ

ໃນໄລຍະຢ້ຽມຢາມ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອິດສະວານ ຈາກັບ, ຮອງປະທານສະພາແຫ່ງຊາດ ຮົງກາລີ ທັງເປັນຜູ້ຮັກສາການປະທານສະພາແຫ່ງຊາດ. ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດຂອງສອງປະເທດ ທີ່ໄດ້ຮັບການເພີ່ມທະວີຂຶ້ນ, ໃນປີທີ່ຜ່ານມາ ຜ່ານການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງສຸດຂອງສະພາທັງສອງ. ໃນໂອກາດດຽວກັນ, ໄດ້ມີການພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດລາວ ແລະ ຮົງກາລີ, ທີ່ກະຊວງການຕ່າງປະເທດ ຮົງກາລີ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສອງປະເທດໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ໄດ້ເປັນເອກະພາບສືບຕໍ່ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນ ໃນລະດັບການນຳຂັ້ນສູງ ແລະ ລະດັບວິຊາການ, ຕ່າງພິເສດແມ່ນນະຄອນຫລວງ ບູດາແປສ ແລະ ນະຄອນຫລວງວຽງຈັນ; ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍເລັ່ງລັດການກະກຽມສັນຍາຮ່ວມມື ແລະ ສັນຍາເງິນກູ້ໄລຍະ 3 ຈໍານວນ 160 ລ້ານເອີໂຣ ໃຫ້ແກ່ ສປປ ລາວ  ໃຫ້ໄດ້ລົງນາມໃນທ້າຍປີ 2017 ນີ້ ເພື່ອນໍາໃຊ້ເຂົ້າໃນຂະແຫນງກະສິກໍາ, ໂຄງການຄຸ້ມຄອງບໍລິຫານນໍ້າ ນະຄອນຫລວງວຽງຈັນ, ໂຄງການຄຸ້ມຄອງພົນລະເມືອງ;  ແລະ ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ກະສິກໍາ, ອຸດສະຫະກໍາປຸງແຕ່ງ ແລະ ຂະແໜງການອື່ນໆ ທີ່ສອງປະເທດມີທ່າແຮງ ແລະມີຄວາມສົນໃຈ.

ໃນໂອກາດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານລາວສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງຂອງລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ໃນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ແລະ ການໃຫ້ເງິນກູ້ຢືມ ງວດ 2 ແກ່ຝ່າຍລາວ ຈໍານວນ 30 ລ້ານໂດລາ; ພ້ອມທັງໄດ້ສະເໜີໃຫ້ຝ່າຍຮົງກາຣີ ສືບຕໍ່ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ດ້ານຕ່າງໆຕື່ມອີກ.

ໃນດ້ານການຕ່າງປະເທດ, ສອງຝ່າຍເຫັນດີຈະຈັດກອງປະຊຸມການປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ໃນລະດັບວິຊາການ ໃນທຸກໆປີ, ນັບທັງການກະກຽມຈັດກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາລີ ຄົບຮອບ 55 ປີ (12 ກັນຍາ 1962 – 12 ກັນຍາ 2017) ເພື່ອເປັນເຫດການປະຫວັດສາດໃນການພົວພັນລະຫວ່າງສອງປະເທດ, ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນ.

- 3 - ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!