ອາເມລິກາພົບຜູ້ເສຍຊີວິດໂຄວິດ-19 ເພີ່ມເປັນ 11 ຄົນ
ອາເມລິກາພົບຜູ້ເສຍຊີວິດໂຄວິດ-19 ເພີ່ມເປັນ 11 ຄົນ, ສ່ວນແອລເອ ປະກາດສະຖານະການສຸກເສີນຫລັງຜູ້ຕິດເຊື້ອເພີ່ມຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ເສຍຊີວິດຈາກໄວຣັສໂຄໂຣນາສາຍພັນໃໝ່ ຕົ້ນຕໍໂຣກໂຄວິດ-19 ຢູ່ອາເມລິກາເພີ່ມເປັນ 11 ຄົນ. ຂະນະທີ່ 2 ເມືອງໃຫຍ່ຢູ່ອາເມລິກາ ທັງນິວຢ໋ອກ ແລະ ລອສແອງເຈລິສ ມີຜູ້ຕິດເຊື້ອເພີ່ມຈຳນວນຫລາຍ ສົ່ງຜົນໃຫ້ທາງການນະຄອນລອສແອງເຈລິສ ປະກາດສະຖານະການສຸກເສີນດ້ານສາທາລະນະສຸກ.
ທາງການໃນນະຄອນລອສແອງເຈລິສ ປະກາດສະຖານະການສຸກເສີນດ້ານສາທາລະນະສຸກ ຫລັງພົບຜູ້ຕິດເຊື້ອ 6 ຄົນ ແລະ ຢູ່ນິວຢ໋ອກພົບຜູ້ຕິດເຊື້ອລາຍໃໝ່ອີກ 6 ຄົນ ເຊິ່ງເປັນສະມາຊິກໃນຄອບຄົວດຽວກັນ 5 ຄົນ ແລະ ອີກຄົນໜຶ່ງຢູ່ເຮືອນໃກ້ຄຽງກັນ ທີ່ເປັນຄົນພາຜູ້ຕິດເຊື້ອໄປໂຮງໝໍ.
ຄະນະແພດພົບວ່າ: ຜູ້ຕິດເຊື້ອຢູ່ແຄລິຟໍເນຍ ແລະ ນິວຢ໋ອກສ່ວນໜຶ່ງມີການກ່ຽວຂ້ອງກັນ ເນື່ອງຈາກເປັນກຸ່ມນັກທ່ອງທ່ຽວທີ່ຫາກໍກັບມາຈາກການລ່ອງເຮືອສຳລານພຣິນເຊສ ເສັ້ນທາງນະຄອນຊານຟຣານຊິສໂກ-ເມັກຊິກ ໃນໄລຍະ 11-21 ກຸມພາຜ່ານມາ.