5 ມີນາ 1918 ສະຫະພາບໂຊຫວຽດ ຍ້າຍເມືອງຫລວງຈາກເຊັນປີເຕີສະເບີກ ໄປ ນະຄອນມົດສະກູ (Moscow)
March 5, 2020 - 11:04 AM
ມົດສະກູ (Moscow) ເປັນເມືອງຫລວງຂອງປະເທດລັດເຊຍ ເປັນສູນກາງທາງເສດຖະກິດ, ການເງິນ, ການສຶກສາ ແລະ ການເດີນທາງຂອງປະເທດ. ມີປະຊາກອນອາໄສຢູ່ ປະມານ 1 ໃນ 10 ຂອງປະເທດ ເຮັດໃຫ້ມົດສະກູ ເປັນເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດໃນເອີຣົບ ໂດຍໃນປີ 2007 ມົດສະກູ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກ ຕາມມາດ້ວຍລອນດອນ ແລະ ເຊອຸນ ນອກຈາກນີ້ໃນສະໄໝທີ່ສະຫະພາບໂຊຫວຽດຍັງບໍ່ລົ້ມລະລາຍ ມົດສະກູ ຍັງເປັນນະຄອນຫລວງຂອງສະຫະພາບໂຊຫວຽດນຳອີກ.
